ນາງງາມຫວຽດນາມເຜີຍພາບແຫ່ງຄວາມສຸກ ຂະນະກ່ຽວເຂົ້າ

 ດ້ວຍຄວາມທີ່ເປັນຄົນຕິດດິນ ແລະການດຳລົງຊີວິດທີ່ງ່າຍໆ ຮູບພາບຂອງ “ເຮີ່ ແຮນເນຍ” ນາງງາມຊົນເຜົ່າຈາກພູດອຍຂອງ ຫວຽດນາມຄົນນີ້ ຈຶ່ງສ້າງຄວາມປະທັບໃຈໃຫ້ແກ່ຊາວໂລກເລື້ອຍ ມາຫຼ້າສຸດໄດ້ເຜີຍແຜ່ຮູບພາບຂະນະທີ່ກຳລັງກ່ຽວເຂົ້າຢູ່ທີ່ບ້ານເກີດ ຂອງຕົນເອງ.

ເຮີ່ ແຮນເນຍ ນາງງາມເຈົ້າຂອງຕຳແໜ່ງ Miss Universe Vietnam 2018 ຊຶ່ງສ້າງຜົນ ງານທີ່ໜ້າຈື່ຈຳໄວ້ເທິງເວທີລະດັບ ໂລກເມື່ອປີກ່ອນ  ໂດຍສາມາດເຂົ້າ ໄປຮອດຮອບ 5 ຄົນສຸດທ້າຍໄດ້ ນາງງາມຫວຽດນາມຄົນນີ້ສ້າງ ຄວາມຮືຮາ ແລະແປກແນວໄປ ຈາກນາງງາມດັ່ງທີ່ເຮົາເຄີຍເຫັນມາດ້ວຍບຸກຄະລິກທີ່ມີຄວາມຈິງໃຈ, ບໍ່ລືມບ້ານເກີດເມືອງນອນ ແລະການດຳລົງຊີວິດທີ່ງ່າຍໆຕິດ ດິນ,ຫຼ້າສຸດໄດ້ເຜີຍແຜ່ຮູບພາບ ຂະນະທີ່ຕົນເອງກຳລັງກ່ຽວເຂົ້າ ໃນທົ່ງນາຢູ່ບ້ານເກີດ ຊຶ່ງຕັ້ງຢູ່ໃນ ແຂວງດັກລັກທາງພາກກາງຂອງ ຫວຽດນາມ ພ້ອມທັງບັນລະຍາຍ ຂໍ້ຄວາມເປັນພາສາຫວຽດນາມ ຊຶ່ງແປໄດ້ໃຈຄວາມວ່າເປັນການ ກ່ຽວເຂົ້າຄັ້ງທຳອິດໃນຮອບ 4 ປີ.

ພ້ອມນັ້ນນາງຍັງກ່າວໃນອີກ ໂພສໜຶ່ງກ່ຽວກັບຕົນເອງວ່າເວລາ ທີ່ນາງປາກົດໂຕຕໍ່ສື່ມວນຊົນນາງ ເປັນແມ່ຍິງທີ່ມັກຮັກໃນການແຕ່ງ ໜ້າທາປາກ ແລະແຕ່ງໂຕແຕ່ເວລາ ທີ່ກັບໄປບ້ານເກີດນາງກໍນຸ່ງເຄື່ອງ ແບບທຳມະດາເພາະນັ້ນເປັນຕົວ ຕົນຂອງນາງເອງ ຊຶ່ງອະດີດເປັນ ແນວໃດປະຈຸບັນນາງກໍຍັງເປັນ ແນວນັ້ນນາງກ່າວອີກວ່າຍັງຈື່ຈຳ ໄລຍະເວລາໃນອະດີດທີ່ໄດ້ກ່ຽວ ເຂົ້າກັບຍາດພີ່ນ້ອງໃນເຜົ່າ ແລະ ນັ້ນກໍເຮັດໃຫ້ນາງລະນຶກໄດ້ເຖິງຄວາມມ່ວນຊື່ນໃນອະດີດເປັນ ເວລາຫຼາຍຊົ່ວໂມງ.

-------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ