ວິທີເກັບຮັກສາໂຕກຸ້ງໃຫ້ສົດບໍ່ເນົ່າ ໄວ້ກິນໄດ້ດົນເປັນປີ

   ສຳລັບທ່ານທີ່ມັກກິນໂຕກຸ້ງ ວັນນີ້ເຮົາມີວິທີເກັບຮັກສາໂຕກຸ້ງໃຫ້ສົດເພື່ອເກັບໄວ້ກິນໄດ້ດົນເຖິງແມ່ນວ່າໃນຍາມທີ່ກຸ້ງມີລາຄາແພງ ກໍ່ຍັງມີກຸ້ງໄວ້ກິນໄດ້.

ຂັ້ນຕອນ: ກ່ອນອື່ນຕ້ອງກຽມ ກະຕຸກນໍ້າພລາສະຕິກບໍ່ໃຫ້ໃຫຍ່ ຫຼື ນ້ອຍເກີນໄປເອົາກະຕຸກຂະໜາດພໍດີປະມານບັນຈຸນໍ້າໄດ້ 550-600 ມີລິລິດນໍາໄປລ້າງໃຫ້ສະອາດກ່ອນ,ຈາກນັ້ນນໍາກຸ້ງທີ່ໄດ້ມາສົດໆໄປລ້າງໃຫ້ສະອາດ 2-3 ຮອບເບິ່ງ ວ່າກຸ້ງສະອາດແລ້ວ ຫຼື ຍັງຖ້າຫາກ ຍັງບໍ່ສະອາດຍັງມີຂີ້ຊາຍກໍ່ລ້າງ ອີກຄັ້ງໜຶ່ງ, ນໍາກຸ້ງມາແບ່ງໃຫ້ທໍ່ກັນຕາມຈຳນວນຂອງກະຕຸກທີ່ກຽມເອົາໄວ້ເພື່ອຈະໄດ້ໃສ່ໄດ້ພໍດີ ທາງທີ່ດີຄວນແບ່ງກະຕຸກເພາະຈະໄດ້ນໍາມາປຸງອາຫານໄດ້ສະດວກເພາະຖ້າຫາກໃຫຍ່ນ້ອຍບໍ່ ເທົ່າກັນເວລາເອົາອອກມາຈາກບ່ອນແຊ່ແຂງຈະລໍາບາກຕ້ອງມາລໍຖ້າໃຫ້ລະລາຍເທື່ອລະຫຼາຍໆກະຕຸກເມື່ອແບ່ງກຸ້ງສຳເລັດແລ້ວກໍນໍາ ໄປໃສ່ລົງໃນກະຕຸກທີ່ກຽມໄວ້ໄດ້ ເລີຍຢ່າໃສ່ຈົນເຕັມເກີນໄປໃສ່ໃຫ້ພໍດີຢ່າໃຫ້ເຖິງຄໍກະຕຸກ, ຄ່ອຍໆໃສ່ ລົງໄປເທື່ອລະໂຕຂັ້ນຕອນຕໍ່ມາຄືໃສ່ນໍ້າລົງໄປ ໃຫ້ເຕັມປິດຝາໃຫ້ແໜ້ນ (ໃຫ້ນໍ້າ ລົງໄປເຖິງກົ້ນກະຕຸກ); ຈາກນັ້ນກໍ່ຕິດປ້າຍເຄື່ອງໝາຍເພື່ອໃຫ້ຮູ້ວ່າກະຕຸກໃດກຸ້ງໂຕນ້ອຍ, ກະຕຸກໃດ ກຸ້ງໂຕໃຫຍ່ຂັ້ນຕອນຕໍ່ມາກໍ່ນໍາໄປ ແຊ່ແຂງໄດ້ເລີຍ.

ວິທີງ່າຍໆແຕ່ໄດ້ຮັບຜົນດີຫຼາຍ ທັງງ່າຍ ແລະສາມາດເກັບຮັກສາ ກຸ້ງໄດ້ດົນນານເປັນປີຊີ້ນກຸ້ງຍັງ ນຸ້ມແຊບພາຍໃນ 1 ປີ ເຈົ້າກໍ່ມີກຸ້ງກິນໄດ້ບໍ່ຕ້ອງກັງວົນເລີຍ.

-------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ