ອອກບັດໃຫ້ພະນັກງານວິທະຍາໄລ ການເງິນພາກເໜືອ

  ວັນທີ 11 ຕຸລາ 2019 ທີ່ຫ້ອງປະຊຸມຂອງວິທະຍາໄລການເງິນພາກເໝືອ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການອອກບັດ ແລະມອບ ບັດໃຫ້ພະນັກງານ-ລັດຖະກອນໃຫ້ກຽດເຂົ້າຮ່ວມໂດຍທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າຄຸ້ມຄອງລັດຖະກອນກະຊວງພາຍໃນ, ທ່ານ ຫຼ້າສຸດາພອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ແກ່ນຈັນ ບຸນເຕີມ ຫົວໜ້າອຳນວຍການວິທະຍາໄລການເງິນພາກເໜືອ, ພ້ອມດ້ວຍຄູ-ອາຈານພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ແກ່ນຈັນ ບຸນເຕີມ ກ່າວ ວ່າ: ວິທະຍາໄລການເງິນພາກເໜືອ ແມ່ນອົງການວິຊາການໝຶ່ງຂອງກະຊວງການເງິນພາຍໃຕ້ການຊີ້ນຳໂດຍກົງ ແລະຮອບດ້ານຂອງລັດຖະມົນຕີ ກະຊວງການເງິນ,ສ່ວນດ້ານວິຊາການແມ່ນພາຍໃຕ້ ການຊີ້ນຳຈາກກົມການສືກສາຊັ້ນສູງກະຊວງສືກສາທິການ ແລະກີລາ,ກົຈັດຕັ້ງ  ແລະພະນັກງານກະຊວງການເງິນ, ດ້ານຊີວິດການ ເມືອງແມ່ນຂຶ້ນກັບອຳນາດການປົກຄອງ ແຂວງຫຼວງພະບາງ ຄະນະພັກຮາກຖານຂະແໜງການເງິນ.ວິທະຍາໄລການເງິນພາກເໜືອປະກອບມີພະນັກງານ ແລະລັດຖະກອນຄູທັງໝົດຈຳນວນ 63 ຄົນ, ຍິງ 24 ຄົນ ໃນນັ້ນມີພະນັກງານ-ລັດຖະກອນ 52 ຄົນ, ຍິງ 20 ຄົນ, ພະນັກງານອາສາສະໝັກ 11 ຄົນ, ຍິງ 4 ຄົນ, ມີສະມາຊິກພັກຈຳນວນ 27 ສະຫາຍ, ຍິງ 8 ສະຫາຍ, ສະ ມາຊິກພັກສົມບູນ 27 ສະຫາຍ, ຍິງ 8 ສະຫາຍ.

ຈາກນັ້ນທ່ານ ສຸວັນນີ ລັດຕະນະວົງ ໄດ້ກ່າວວ່າ:ການອອກບັດ ພະນັກງານລັດຖະກອນເປັນບັນຫາໜຶ່ງທີ່ສຳຄັນ,ມີຜົນປະໂຫຍດຫຼາຍ ເພາະເປັນການຢັ້ງຢືນ ແລະກວດການບັນຊີຈຳນວນພະນັກງານ-ລັດຖະກອນຜູ້ມີໜ້າ ແລະບໍ່ມີໜ້າ ຕົວຈິງຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະອົງການປົກຄອງທ່ອງຖິ່ນ, ທັງເປັນການປັບປຸງຂໍ້ມູນປະຫວັດລັດຖະກອນໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍ ແລະລະບຽບການ, ເພື່ອຄວາມເປັນ ລະບຽບ ແລະທັນສະໄໝເຮັດໃຫ້ ການເບີກຈ່າຍເງິນເດືອນ, ເງິນອຸດ ໜູນ ແລະເງິນນະໂຍບາຍຕ່າງໆ ຖືກຕ້ອງຕາມຕົວຈິງ, ເປັນບ່ອນອີງ ໃຫ້ອົງການຄຸ້ມຄອງພະນັກງານ-ລັດຖະກອນຂອງບັນດາກະຊວງ, ອົງການລັດທຽບເທົ່າຂັ້ນສູນກາງ, ຂັ້ນແຂວງ ແລະຂັ້ນເມືອງໃຫ້ມີຄວາມສະດວກ ແລະເປັນເອກະ ພາບໃນການຈັດຕັ້ງປະຕິບັດຕົວຈິໃນຂອບເຂດທົ່ວປະເທດ, ຫຼັງຈາກ ນັ້ນຄະນະຮັບຜິດຊອບກະຊວງ ພາຍໃນ ແລະກະຊວງການເງິນ ກໍ່ໄດ້ມອບບັດພະນັກງານ-ລັດຖະກອນໃຫ້ແກ່ພະນັກງານຄູ-ອາຈານຂອງວິທະຍາໄລການເງິນພາກໜືອ.

-------------------------

 ໜັງສືພິມເສດຖະກິດ-ສັງຄົມ