ຢູໂດທີມຊາດລາວຄວ້າ 1 ຫຼຽນທອງ

 ສະຫະພັນຢູໂດແຫ່ງຊາດລາວ ໄດ້ສົ່ງນັກກີລາຢູໂດທີມຊາດ ລາວປະເພດກາຕາເຂົ້າຮ່ວມການ ແຂ່ງຂັນໃລາຍການAsianJudoKataChampionships 2019 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 11-13 ຕຸລາ 2019.

ຊຶ່ງນຳພາໂດຍທ່ານ ເຂັມຄຳ ກົມມະນີວົງ ເປັນຄູຝຶກ ແລະນັກກີລາ 4 ຄົນໄດ້ເຂົ້າຮ່ວມການແຂ່ງ ຂັນ 2 ລາຍການຄື: 1. NageNo Kata ປະກອບມີທ້າວ ຈິນດາວອນ ສີວັນວິໄລ (tori), ທ້າວ ພິສາດ ສີສະເກດ (uke), ປະເພດທີ 2. Ju No Kata ປະກອບ ມີນາງ ມະຍູລີ ພານຸວົງ (tori), ນາງພອນວັນສີອຳພອນ (uke).ໃນລາຍການນີ້ແມ່ນຊີງຊະນະເລີດ ທົ່ວທະວີບອາຊີ ພ້ອມທັງເປັນ ການຈັດອັນດັບນັກກີລາຢູໂດປະເພດກາຕາເພື່ອເຂົ້າຮ່ວມຊີງແຊ້ມໂລກໃນປີ 2020 ພ້ອມທັງເປັນ ການກຽມຄວາມພ້ອມຂອງນັກກີລາຢູໂດ ທີມຊາດລາວ ເພື່ອກຽມ ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກີລາຊີເກມ 2019 ທີ່ປະ ເທດຟິລິບປິນ ທີ່ຈະຈັດຂຶ້ນໃນທ້າຍປີນີ້.

ຜ່ານການແຂ່ງຂັນຢູໂດຊີງ ແຊ້ມອາຊີ ປະເພດກາຕາໃນລາຍ ການ Asian Judo Kata Championships 2019, ນັກກີລາຢູ ໂດທີມຊາດລາສາມາດຄວ້າມາ ໄດ້ 1 ຫຼຽນທອງ ຈາກປະເພດ Ju No Kata ຈາກນາງ ມະຍູລີ ພານຸວົງ (tori) ກັບນາງ ພອນວັນ ສີອຳພອນ (uke), ສ່ວນ ປະເພດ Nage No Kata ເຮັດໄດ້ພຽງອັນດັບທີ 4 ຂອງສາຍ ເທົ່ານັ້ນ.

--------------------

 ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444