ໄອໂຟນເອັກຊອາຣ ເປັນໄອໂຟນ ພຽງລຸ້ນດຽວທີ່ຂາຍດີທີ່ສຸດ

  ໃນບໍ່ກີ່ປີທີ່ຜ່ານມາລາຄາສະມາດໂຟນລະດັບເຮືອທຸງຂອງແຕ່ ລະຄ່າຍຄື Apple, Samsung ມາເຖິງຈຸດທີ່ (ຄ່ອນຂ້າງ) ຈະເກີນເອື້ອມຄືດັ່ງ iPhone X ຫຼື Galaxy Note 9 ເປີດລາຄາມາ 999 ໂດລາສະຫະລັດຊຶ່ງຖືວ່າເພີ່ມຂຶ້ນຈາກເກົ່າຫຼາຍແຕ່ເບິ່ງຄືວ່າ Apple ຈະຮູ້ຕົວວ່າການຕັ້ງ ລາຄາທີ່ສູງເກີນໄປຈະເຮັດໃຫ້ບໍລິສັດຊົບເຊົາໄດ້.

ປີທີ່ແລ້ວ Apple ເລືອກເປີດໂຕ iPhone XR ທີ່ມີຄຸນສົມບັດ ຄ້າຍຄືກັບ iPhone XS ແລະ iPhone XS Max ສະມາດໂຟນ ລະດັບເຮືອທຸງຂອງບໍລິສັດເຊັ່ນມີ Face ID, ກ້ອງຫຼັງຕົວດຽວແຕ່ຮອງຮັບການຖ່າຍພາບບຸກຄົນ, ບໍ່ມີປຸ່ມໂຮມ ແລະຮອງຮັບສາກໄຟ ໄຮ້ສາຍເປັນຕົ້ນດ້ວຍຄຸນສົມບັດ ທີ່ຄ່ອນຂ້າງຄ້າຍຄືກັນໃຜທີ່ບໍ່ຢາກ ຈ່າຍແພງກໍສາມາດຊື້ iPhone XR ໄດ້ໃນລາຄາ 749 ໂດລາ ຊຶ່ງຖືກກວ່າ iPhone XS ທີ່ເປີດ ລາຄາມາເຖິງ 999 ໂດລາ.

HIS Market ລາຍງານວ່າ ຍອດຂາຍ iPhone XR ໃນ 6 ເດືອນຕົ້ນປີ 2019 ຢູ່ທີ່ 26,9 ລ້ານເຄື່ອງນັບເປັນສະມາດໂຟນ ທີ່ຂາຍໄດ້ດີທີ່ສຸດ ໂດຍໃນໄຕມາດທຳອິດ ແລະໄຕມາດທີສອງຂາຍ ໄດ້ 13,6 ແລະ13,3 ລ້ານເຄື່ອງ ຕາມລຳດັບຈາກນັ້ນຕາມດ້ວຍ Galaxy A10 ແລະGalaxy A50.

Jusy Hong ຜູ້ອຳນວຍການ ຂອງ HIS Market ກ່າວວ່າເມື່ອທຽບກັບຕະຫຼາດຂອງ Android ແລ້ວ iPhone ມີລຸ້ນທີ່ຈຳໜ່າຍ ໜ້ອຍກວ່າ Android ຫຼາຍມີສະມາດໂຟນ Android ໃຫ້ເລືອກຫຼາຍເຮັດໃຫ້ຍອດຂາຍກະຈາຍຕົວໃນຂະນະທີ່ຊ່ວງລາຄານີ້ຂອງ iPhone ມີໃຫ້ເລືອກພຽງບໍ່ກີ່ລຸ້ນຈຶ່ງບໍ່ແປກທີ່ຍອດຂາຍ iPhone ຈະສູງກວ່າ Android ໃນໄລຍະລາຄາໃກ້ຄຽງກັນ.

ແທ້ຈິງກ່ອນໜ້ານີ້ກໍມີຜົນວິເຄາະອອກມາວ່າລາຄາເປັນປັດໄຈທີ່ຜູ້ໃຊ້ງານເລືອກຊື້ສະມາດໂຟນ ຫຼາຍທີ່ສຸດອີກທັງຄ່າຍໃຫຍ່ໆດັ່ງ Apple, Samsung ຫຼື Google ຕ່າງກໍຜະລິດສະມາດໂຟນລາຄາ ຖືກໃນສະເປັກຈັດເຕັມເຊັ່ນ iPhone XR, Galaxy S10e ແລະ Pixel 3A ເປັນຕົ້ນ.

ຢ່າງໃດກໍຕາມຫາກທຽບຍອດຂາຍສະມາດໂຟນ ໂດຍລວມທົ່ວໂລກແລ້ວ  Samsung  ຍັງຄົງເປັນ ອັນດັບໜຶ່ງຕາມດ້ວຍ Huawei, Oppo ສ່ວນ Apple ຕົກຢູ່ອັນດັບ 4 ເປັນທີ່ຮຽບຮ້ອຍ.

-----------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ