ໝາກຍົມ ແລະໃບໝາກຍໍສາມາດປິ່ນປົວ ພະຍາດໂລກປະດົງໄດ້

  ຫຼາຍຄົນອາດຄິດບໍ່ເຖິງວ່າສະໝຸນໄພ ໃກ້ໂຕເຮົາສາມາດປິ່ນປົວພະຍາດຕ່າງໆໄດ້ ແລະຊອກຫາ ໄດ້ງ່າຍເປັນຕົ້ນແມ່ນໃບໝາກຍົມ ແລະໃບໝາກຍໍ ທີ່ມີສັບພະຄຸນເປັນຢາປົວໂລກປະດົງໄດ້ ໂດຍເອົາໃບ ໝາກຍໍ ແລະໃບໝາກຍົມສົ້ມຢ່າງລະ 1 ກຳມືໃຫຍ່ ນຳມາລ້າງໃຫ້ສະອາດ,ຈາກນັ້ນ ຕົ້ມໃສ່ນໍ້າ 3 ລິດ, ຂ້ຽວໃຫ້ນໍ້າແຫ້ງເຫຼືອປະມານ 1,5 ລິດ ຫຼື ຖ້າຂ້ຽວ ໄດ້ 1 ລິດຍິ່ງເປັນການດີ, ຕອງເອົາແຕ່ນໍ້າໄວ້ດື່ມກິນ (ຕົ້ມ 1 ຊຸດ ຕໍ່ 1 ມື້).

ວິທີນໍາໃຊ້: ບໍ່ຄວນກິນຢານີ້ຕອນທີ່ກຳລັງປວດ ປະດົງ ເພາະວ່າຢາຫຼວງກັບຢາພື້ນເມືອງບາງຊະນິດຈະຕ້ານກັນ ຊຶ່ງຈະພາໃຫ້ຢາອອກລິດບໍ່ມີປະສິດ ທິຜົນ, ຄວນກິນຢາຫຼວງ ເພື່ອບັນເທົາອາການປວດ ລົງກ່ອນ,ຈາກນັ້ນຈຶ່ງຄ່ອຍກິນຢາຕົ້ມໃສ່, ສຳລັບ ຜູ້ທີ່ປວດປະດົງແຮງໆ ໃຫ້ຕົ້ມກິນທຸກໆມື້ແລ້ວອາການເຈັບປວດຈະຄ່ອຍໆບັນເທົາລົງ ແລະອາດຈະເຊົາຂາດໄດ້ຖ້າກິນເປັນປະຈຳ

----------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444