ສິງກະໂປຫຼຸດຜ່ອນນະໂຍບາຍການເງິນ

 ສິງກະໂປຫຼຸດຜ່ອນນະໂຍບາຍການເງິນໃນຮອບຫຼາຍກວ່າ 3 ປີ ເນື່ອງຈາກສົງ ຄາມການຄ້າອາມລິກາ-ສປ ຈີນ ເລີ່ມສົ່ງຜົນກະທົບ.

ຕາມຂ່າວຕ່າງປະເທດລາຍງານວ່າ ທະນາຄານກາງຂອງສິງກະໂປຮ່ວມກັບປະເທດອື່ນໆທົ່ວໂລກຕັ້ງແຕ່ເອີຣົບເຖິງອາເມລິກາພາກັນຫຼຸດຜ່ອນນະໂຍບາຍເນື່ອງ ຈາກຄວາມຖົດຖອຍທາງເສດຖະກິດໂລກ,ຊຶ່ງສິງກະໂປເປັນປະເທດທຳອິດໃນບັນດາປະເທດເສດຖະກິດເພິ່ງພາການສົ່ງອອກໃນອາຊີທີ່ໄດ້ຮັບຜົກະທົບໃນໄລຍະນີ້ ເຮັດໃຫ້ສິງກະໂປກາຍເປັນເຄື່ອງຊີ້ວັດຄວາມຕ້ອງການສິນຄ້າ ແລະການບໍລິການ ສຳລັບປະເທດທີ່ຍັງເຫຼືອໃນພາກພື້ນ ແລະສິງກະໂປໄດ້ຮັບ ຜົນກະທົຢ່າງໜັກໃນໄລຍະບໍ່ທໍ່ໃດເດືອນທີ່ຜ່ານມາ ທັງ ອັດຕາການເຕີບໂຕ, ການສົ່ງອອກຫຼຸດລົງ ແລະຂະແໜງການຜະລິດອ່ອນແອ,ສຳນັກງານການເງິນຂອງສິງກະ ໂປ (ເອັມເອເອສ) ລະບຸວ່າຈະຫຼຸດຜ່ອນນະໂຍບາຍທາງ ການເງິນລົງຊຶ່ງຈະເຮັດໃຫ້ຄ່າ ເງິນສາມາດເຄື່ອນໄຫວຕໍ່ໄປ ໄດ້ໃນກໍລະນີທີ່ເງິນໂດລາສະຫະລັດອ່ອນຄ່າລົງຕາມທີ່ຄາດຄະເນໄວ້,ແທນທີ່ຈະໃຊ້ອັດຕາດອກເບ້ຍສິງກະໂປຈັດການນະໂຍບາຍການເງິນດ້ວຍການປ່ອຍໃຫ້ຄ່າເງິນທ້ອງຖິ່ນເພີ່ມສູງຂຶ້ນຫຼືຫຼຸດລົງເມື່ອທຽບກັບຄ່າເງິນຂອງຮຸ້ນສ່ວນການຄ້າລາຍສຳຄັນ.

ເອັມເອເອສລະບຸວ່າໃນໄລຍະ 6 ເດືອນທີ່ຜ່ານມາຄວາມ ຝືດເຄືອງໃນການເຕີບໂຕຂອງຈີດີພີທີ່ເປັນຜົນມາຈາກຂະແໜງການຜະລິດເພີ່ມຄວາມຮຸນແຮງຂຶ້ນສອດຄ່ອງກັບພາວະຕົກຕໍ່າໃນກຸ່ມອິເລັກໂຕນິກທົ່ວໂລກ ລວມທັງການຖອນເງິນທຶນ ສ່ວນໜຶ່ງເປັນເພາະຄວາມບໍ່ແນ່ນອນໃນຄວາມສຳພັນອາເມລິກາ-ຈີນ.

------------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄັມ