ນັກສຶກສາລາວເດີນທາງໄປຍີ່ປຸ່ນ ຮຽນຮູ້ການຮັກສາ ສິ່ງແວດລ້ອມ

 ໃນວັນທີ 14 ຕຸລາ 2019 ນັກສຶກສາມະຫາວິທະຍາໄລ 19 ຄົນ ໄດ້ອອກເດີນທາງຈາກສະໜາມບິນສາກົນວັດໄຕໄປຍັງປະເທດຍີ່ປຸ່ນເພື່ອເຂົ້າຮ່ວມໂຄງການແລກ ປ່ຽນໃນຫົວຂໍ້ “ການຮັກສາ ສິ່ງແວດລ້ອມ ແລະການປ້ອງ ກັນໄພພິບັດ” ພາຍໃຕ້ໂຄງການ JENESYS 2019, ຊຶ່ງໄດ້ຮັບການສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ, ພວກເຂົາຈະໄດ້ໄປພັກ ຢູ່ຍີ່ປຸ່ນຕັ້ງແຕ່ວັນທີ 15 ເຖິງ 23 ຕຸລາ 2019.

ໂຄງການດັ່ງກ່າວແມ່ນສຸມໃສ່ມາດຕະການຕໍ່ຕ້ານກັບບັນຫາສິ່ງແວດລ້ອມ ແລະໄພພິບັດຢູ່ຍີ່ປຸ່ນ.ນັກສຶກສາທັງ 19 ຄົນ ນີ້ໄດ້ຖືກຂັດເລືອກຈາກຜູ້ສະໝັກຈຳນວນ 200 ຄົນ ໂດຍຄະນະກໍາມະການ ຄັດເລືອກ ຊຶ່ງປະກອບດ້ວຍຕົວ ແທນຈາກກະຊວງສຶກສາທິການ ແລະກີລາ ແລະສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ.

ນັກສຶກສາລາວເຫຼົ່ານີ້ຈະໄດ້ ໄປຢ້ຽມຊົມນະຄອນຫຼວງໂຕກຽວ ແລະແຂວງຮິໂຣຊິມະ, ຊຶ່ງຕັ້ງຢູ່ ໃນຕາເວັນຕົກສຽງໃຕ້ຂອງປະເທດ ຍີ່ປຸ່ນ, ສຳລັບເມືອງຮິໂຣຊິມະນີ້ຈະເປັນທີ່ຮູ້ຈັກໃນຖານະການເປັນ ເມືອງທຳອິດໃນປະຫວັດສາດມະນຸດເຮົາທີ່ຖືກລະເບີດປາຣະມະນູ ຖິ້ມໃສ່, ຫຼັງຈາກນັ້ນເປັນຕົ້ນມາ, ເມືອງນີ້ກໍໄດ້ປະສົບຜົນສຳເລັດໃນການຟື້ນຟູຢ່າງໜ້າອັດສະຈັນຈາກໂສກກະນາດຕະກຳດັ່ງກ່າວ.

ໃນຊ່ວງເວລາການຢ້ຽມຊົມ ນັ້ນເອງ, ນັກສຶກສາຈະໄດ້ໄປທັດສະນະສິ່ງອໍານວຍຄວາມສະດວກ ທີ່ກ່ຽວກັບການຮັກສາສິ່ງແວດ ລ້ອມ ແລະການປ້ອງກັນໄພພິບັດ,ພວກເຂົາຍັງຈະໄດ້ໄປທັດສະນະສະຖານທີ່ໆສຳຄັນທາງປະຫວັດ ສາດ ແລະຮຽນຮູ້ປະສົບການພັກອາໄສຢູ່ກັບຄົນຍີ່ປຸ່ນພາຍໃນທ້ອງຖິ່ນເພື່ອເຮັດໃຫ້ມີຄວາມເຊື່ອໃຈ ທາງດ້ານສັງຄົມ, ປະຫວັດສາດ ແລະວັດທະນະທຳອັນຫຼາກຫຼາຍຂອງປະເທດຍີ່ປຸ່ນຢ່າງເລິກເຊິ່ງຍິ່ງຂຶ້ນ.

---------------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444