ເຮືອເຈົ້າແມ່ດອກຟ້າບ້ານປຸງເໜືອ ຄອງແຊ້ມທີ່ຄຳມ່ວນ

   ງານບຸນອອກພັນສາ ແລະ ຊ່ວງເຮືອປະຈໍາປີ 2019 ຢູ່ເມືອງ ທ່າແຂກ ແຂວງຄໍາມ່ວນ ໄດ້ປິດ ລົງດ້ວຍຄວາມຈົບງາມເຕັມໄປ ດ້ວຍບັນຍາກາດອັເບີກບານ ມ່ວນຊື່ນໃນວັນທີ 13 ຕຸລາ 2019 ພາຍຫຼັງທີ່ໄດ້ເລີ່ມມາແຕ່ວັນທີ 11-13 ຕຸລາ ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງໆຄໍາມ່ວນ ທັງເປັນປະທານຈັດງານບຸນປະເພນີອອກພັນສາປະ ວໍລະນາ ແລະຊ່ວງເຮືອປະຈໍາປີ 2019 , ທ່ານ ພົມມາ ພັນທະລັງສີ ຮອງເຈົ້າແຂວງຄໍາມ່ວນ, ມີບັນດາ ເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການອ້ອມຂ້າງແຂວງ, ສະມາຄົມທຸລະກິດ, ສະພາການຄ້າຕະຫຼອດແຂກຖືກເຊີນ ແລະພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງຄຳມ່ວນເຂົ້າຮ່ວມ.

ທ່ານ ຈັນ ບຸບຜາລີວັນ ເຈົ້າ ເມືອງທ່າແຂກ, ຮອງປະທານຈັດ ງານບຸນໄດ້ລາຍງານຜົນສໍາເລັດ ຂອງການຈັດງານບຸນອອກພັນສາ ແລະຊ່ວງເຮືອປະຈໍາປີ 2019  ວ່າ: ໃນປີນີ້ມີເຮືອເຂົ້າຮ່ວມແຂ່ງ ຂັນທັງໝົດ 32 ລຳ, ໃນນີ້ເຮືອໃຫຍ່ປະເພດ 55 ສີພາຍມີ 5 ລໍາ, ເຮືອ ປະເພດ 35 ສີພາຍມີ 9 ລໍາ ແລະ ເຮືອປະເພດ 12 ສີພາຍມີ 18 ລໍາ ແລະເຮືອຊ່ວງມິດຕະພາບຈາກ ແຂວງນະຄອນພະນົມ 8 ລໍາ, ຜ່ານ ການແຂ່ງຂັນເຮືອປະເພນີປະເພດ ເຮືອໃຫຍ່ອັນດັບທີ 1 ໄດ້ແກ່: ເຮືອ ເຈົ້າແມ່ດອກຟ້າ

ມາຈາກບ້ານປຸງ ເໜືອ ເມືອງຫີນບູນ ໄດ້ຮັບລາງ ວັນເງິນສົດ 10 ລ້ານກີບ ພ້ອມຂັນ ເງິນ 1 ໜ່ວຍ, ອັນດັບ 2 ເຮືອຄຸດທອງຄຳຈາກບ້ານປາກເປັ່ງເມືອງທ່າແຂກ ໄດ້ຮັບເງິນສົດ 8 ລ້ານກີບ, ອັນດັບ 3 ເຮືອເທບສິຣິ ພອນ ບ້ານດອນໃຫຍ່ ເມືອງທ່າແຂກໄດ້ຮັບເງິນສົດ 7 ລ້ານກີບ, ອັນດັບ 4 ເຮືອເຈົ້າພໍ່ຣາດສະວົງ ຈາກບ້ານມ່ວງສຸມ ເມືອງທ່າແຂກ ໄດ້ຮັບເງິນສົດ 6 ລ້ານກີບ,ປະເພດເຮືອກາງອັນດັບທີ 1 ໄດ້ແກ່:ເຮືອ20ມັງກອນມາຈາກກອງບັນຊາການ ປກຊ ແຂວງໄດ້ຮັບ ລາງວັນເງິນສົດ 8 ລ້ານກີບ ພ້ອມຂັນ 1 ໜ່ວຍ, ອັນດັບ 2 ເຮືອລູກດອກຟ້າຈາກບ້ານປຸງເໜືອ ເມືອງຫີນບູນໄດ້ຮັບເງິນສົດ 7 ລ້ານກີບ, ອັນດັບ 3 ເຮືອເທບພະບຸດ ໂພສີຈາກບ້ານເວີນ ເມືອງທ່າ ແຂກ ໄດ້ຮັບເງິນສົດ 6 ລ້ານກີບ, ອັນດັບ 4 ເຮືອ ນາງ ຄຳໄຫຼ ຈາກ ບ້ານນາເມືອງ ໄດ້ຮັບເງິນສົດ 5 ລ້ານກີບ.

ນອກຈາກການແຂ່ງຂັນເຮືອຊ່ວງປະເພນີແລ້ວທາງເມືອງທ່າແຂກ ແລະເມືອງນະຄອນພະນົມໄດ້ແລກປ່ຽນຮ່ວມກັນເຊີນເຮືອຊ່ວງຕາງໜ້າເມືອງຂອງຕົນເຂົ້າຮ່ວມການແຂ່ງຂັນມິດຕະພາບ.ຜົນການແຂ່ງຂັນມິດຕະພາບທ່າ ແຂກ-ນະຄອນພະນົມ (ຢູ່ຝັງທ່າ ແຂກ): ອັນດັບທີ 1 ໄດ້ແກ່ເຮືອ ນາງຄຳໄຫລຈາກບ້ານນາເມືອງ ໄດ້ຮັບລາງວັນເງິນສົດ 6 ລ້ານ ກີບພ້ອມຂັນເງິນ 1 ໜ່ວຍ, ອັນ ດັບ 2 ເຮືອເທບພະບຸດໂພສີຈາກ ບ້ານເວິນ ໄດ້ຮັບເງິນສົດ 5 ລ້ານກີບ, ອັນດັບ 3 ເຮືອຣາຊະວົງພັນ ງາບ້ານມ່ວງສຸມ ໄດ້ຮັບເງິນສົດ 4 ລ້ານກີບ, ອັນດັບ 4 ເຮືອ 20 ມັງກອນຈາກ ປກຊ ແຂວງໄດ້ຮັບ ເງິນສົດ 3 ລ້ານກີບ.

---------------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444