ຜັກທີ່ຄົນມັກເຂ່ຍຖີ້ມ ຮູ້ບໍ່ວ່າແຫຼ່ງສານອາຫານ ທີ່ມີປະໂຫຍດຫຼາຍ

ນອກຈາກເລື່ອງລົດຊາດຂອງອາຫານແລ້ວ ເລື່ອງໜ້າຕາກໍ່ເປັນສ່ວນສຳຄັນທີ່ຈະເຮັດໃຫ້ຄົນຢາກ ສັ່ງມາກິນ ແລະແນ່ນອນວ່າເມື່ອຕົກແຕ່ງອາຫານມາ ຢ່າງສວຍງາມຍ່ອມມີຜັກບາງປະເພດທີ່ເຮົາບໍ່ມັກແຕ່ ຮູ້ ຫຼື ບໍວ່າຜັກເຫຼົ່ານັ້ນມັນມີປະໂຫຍດຫຼາຍ.

  • ຂິງ: ນອກຈາກຈະຊ່ວຍດັບກິ່ນຄາວຂອງປາ ແລະຊີ້ນສັດ ຊ່ວຍຂັບເຫື່ອເຮັດໃຫ້ຮ່າງກາຍອົບອຸ່ນ ນອກນັ້ນຍັງຊ່ວຍບັນເທົາພິດໄຂ້, ຫຼຸດອາການໄອ ແລະ ອາການຄັນຄໍ, ຊ່ວຍຂັບລົມແກ້ທ້ອງອືດທ້ອງເຟີ້.
  • ຜັກຫອມປ້ອມ: ຊ່ວຍບຳລຸງທາດໃນຮ່າງກາຍແກ້ ອາການຫີວນໍ້າໄອໄຂ້ຫວັດ, ປຸ້ນທ້ອງປວກຮາກວິນ ຫົວ.
  • ຫົວສີໄຄ: ສ່ວນຫຼາຍຄົນມັກຈະຄິດວ່ານຳມາ ຕົບແຕ່ງອາຫານໃຫ້ເບິ່ງສວຍງາມແຕ່ຍັງຊ່ວຍຮັກ ສາໂລກຫວັດບັນເທົາອາການໄອ  ແລະເຈັບຫົວໄດ້ອີກ ດ້ວຍ.
  • ຖົ່ວງອກ: ຊ່ວຍໃຫ້ຜິວຊຸ່ມຊື່ນເປັ່ງປັ່ງມີນໍ້າມີ ນວນຊ່ວຍສ້າງຮໍໂມນລະງັບຄວາມຄຽດ ແລະມີປະ ລິມານນໍ້າຕານໜ້ອຍເໝາະສຳລັບຜູ້ທີ່ຕ້ອງການ ຄວບຄຸມນໍ້າໜັກ.
  • ຫອມບົ່ວຫົວໃຫຍ່: ມີສານຕ້ານອະນຸມູນອິດສະ ຫຼະສູງຊ່ວຍປ້ອງກັນໄຂມັນບໍ່ໃຫ້ມາເກາະຕາມຜະໜັງ ຫຼອດເລືອດ ແລະຊ່ວຍປ້ອງກັນການຈະເລີນເຕີບໂຕ ຂອງເຊວມະເຮັງຕ່າງໆ.
  • ---------------------------------------

    ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ