ເຮືອບ້ານດົງເກາະໂລງ ຄວ້າແຊ້ມແຂ່ງຂັນ ເຮືອປະເພນີຊ່ວງທີ່ນະຄອນປາກເຊ

 ບຸນຊ່ວງເຮືອປະເພນີອອກພັນສາທີ່ນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2019 ທີ່ທ່າສາລາຄຳປາກແມ່ນໍ້າເຊໂດນໃຫ້ກຽດເຂົ້າຮ່ວມມີທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍບັນດາທ່ານຮອງເຈົ້າແຂວງປະທານຄະນະກໍາມະການຈັດງານ, ຄະນະນຳສີພາຍເຮືອຊ່ວງທີ່ມາຈາກກຸ່ມບ້ານ, ພະແນກການຕ່າງໆ ທີ່ເຂົ້າຮ່ວມ.

ທ່ານ ຄອນສະຫວັນ ວັນນິວົງ ຄໍາ ຮອງເຈົ້ານະຄອນປາກເຊ ໄດ້ກ່າວວ່າ: ການແຂ່ງຂັນຊ່ວງເຮືອປະເພນີຄັ້ງນີ້ມີເຮືອເຂົ້າຮ່ວມທັງ ໝົດ 25 ລໍາ ໃນນັ້ນມີປະເພດເຮືອ 55 ສີພາຍ (ຊາຍ) ມີ 2 ລໍາ, ເຮືອ 33 ສີພາຍ (ຊາຍ) ມີ 8 ລໍາ, ເຮືອ 33 ສີພາຍ (ຍິງ) ມີ 5 ລໍາ, ເຮືອປະເພດ 33 ສີພາຍ (ຊາຍ) ເຮືອສູດມີ 8 ລໍາ, ປະເພດເຮືອ 24 ສີພາຍ (ຊາຍ) ເຮືອສູດມີ 7 ລໍາ.

ການຈັດງານຄັ້ງນີ້ເພື່ອສືບທອດ ຮັກສາຮີດຄອງປະເພນີວັດທະນະ ທໍາອັນດີງາມຂອງຊາດທີ່ເຄີຍມີ ມາແຕ່ບູຮານນະການ, ທັງເປັນ ການເຕົ້າໂຮມຄວາມສາມັກຄີຂອງ ປວງຊົນລາວ ແລະທັງເປັນການ ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວນະຄອນປາກເຊ ກໍຄືແຂວງ ຈຳປາສັກ ໃຫ້ນັບມືນັບຫຼາຍຂຶ້ນ.

ຜົນການແຂ່ງຂັນເຮືອແຕ່ລະ ປະເພດເຮືອ 24 ສີພາຍຊາຍ ອັນ ດັບທີ 1 ເຮືອກອງພົນທີ 5, ທີ 2 ເຮືອບ້ານດອນເຂາະ ແລະທີ 3 ແມ່ນເຮືອບ້ານແກ້ງຊັນ, ເຮືອສູດ 33 ສີພາຍຊາຍ ອັນດັບທີ 1 ໄດ້ ແກ່ເຮືອປ້ອງກັນຄວາມສະຫງົບ ແຂວງ, ທີ 2 ແມ່ນເຮືອເມືອງໂພນ ທອງ ແລະທີ 3 ແມ່ນເຮືອທະຫານ ແຂວງ, ສ່ວນເຮືອ 33 ສີພາຍເຮືອ ປະເພນີ (ຍິງ) ອັນດັບທີ 1 ເຮືອ ບ້ານດົງເກາະໂລງ, ທີ 2 ແມ່ນເຮືອ ບ້ານເວີນໄຊນ້ອຍ ແລະທີ 3 ແມ່ນ ເຮືອບ້ານດອນເຂາະ,ສຳລັບປະເພດທີມຊາຍ ອັນດັບທີ 1 ເຮືອ ບ້ານ ດົງເກາະໂລງ, ທີ 2 ແມ່ນເຮືອ ເມືອງໂຂງ ແລະທີ 3 ເຮືອຂອງທະຫານແຂວງ, ສ່ວນເຮືອ 55  ສີພາຍ ຊາຍ ອັນດັບທີ 1 ເຮືອບ້ານເມືອງ ໂພນທອງ ແລະທີ 2 ເຮືອປ້ອງກັນ ຄວາມສະຫງົບແຂວງ.

ພາຍຫຼັງການແຂ່ງຂັນໄດ້ສຳ ເລັດລົງກ່ໍໄດ້ມີການມອບຂັນລາງ ວັນ ແລະເງິນສົດໃຫ້ແກ່ຄະນະສີ ພາຍເຮືອຊ່ວງທີ່ໄດ້ລາງວັນຊະນະເລີດ, ຮອງຊະນະເລີດ, ລາງວັນ ຊົມເຊີຍຕາມລຳດັບ.

----------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444