ເສດຖະກິດໄຊຍະບູລີຂະຫຍາຍຕົວຕໍ່ເນື່ອງ

  ເຖິງວ່າສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໄຊຍະບູລີປີນີ້ແມ່ນຖືກຜົນກະທົບຈາກໄພແຫ້ງແລ້ງແກ່ຍາວໜັກໜ່ວງແຕ່ແຂວງກໍ່ຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຂະບວນສ້າງເສດຖະກິດແມ່ນຟົດຟື້ນ,ການເກັບລາຍຮັບເຂົ້າງົບປະມານຂອງແຂວງຮອດປະຈຸບັນປະຕິບັດໄດ້ 536, 94 ຕື້ກີບ ເທົ່າກັບ 55,83% ຂອງແຜນປີທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 92,87% ໃນນີ້ພູດສູນກາງປະຕິບັດໄດ້ 58,19% ຂອງແຜນປີທ້ອງຖິ່ນປະຕິບັດໄດ້ 49,23% ຂອງແຜນປີ, ມູນຄ່າການສົ່ງອອກສິນຄ້າກະສິກຳ 32,24 ລ້ານໂດລາ ເທົ່າກັບ 97,75% ຂອງແຜນປີ,ມູນຄ່າການນຳເຂົ້າ 76,55 ລ້ານໂດລາ ເທົ່າກັບ 408,48% ຂອງແຜນການປີ,ນອກນັ້ນຍັງໄດ້ນຳເຂົ້າວັດສະດຸກໍ່ສ້າງເພື່ອຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ແລະໂຄງການໃຫຍ່ຂອງສູນກາງ.

 ເນື້ອທີ່ປູກມັນຕົ້ນ 29.303 ເຮັກຕາ,ຄາດວ່າຈະໄດ້ຜົນຜະລິດ (ມັນຕົ້ນດິບ) 1 ລ້ານກວ່າໂຕນ,ນຳເຂົ້າໂຮງງານແປຮູບເປັນແປ້ງປະມານ 40 ພັນໂຕນເຫຼືອນັ້ນແມ່ນຝ່ານແຫ້ງສົ່ງອອກໄປໄທ, ສປ ຈີນ ເນື້ອທີ່ປູກສາລີແຂງ 38,4 ພັນເຮັກຕາສາລີຫວານ 1,5 ພັນເຮັກຕາ, ເນື້ອທີ່ປູກໝາກເດືອຍ 25 ພັນເຮັກຕາ ຄາດວ່າຈະໄດ້ຜົນຜະລິດປະມານ 78 ພັນກວ່າໂຕນ, ນອກຈາກນັ້ນຍັງປູກຖົ່ວແດງ, ຖົ່ວເຫຼືອງ, ຖົ່ວດິນ, ໝາກໂມແລະພືດຜັກຕ່າງໆເພື່ອສະໜອງການບໍລິໂພກພາຍໃນ ແລະ ສົ່ງ ອອກ ອີກຈຳນວນໜຶ່ງ, ສຳລັບການປູກ ໝາກໄມ້ໃຫ້ໝາກໄມ້ອຸດສາຫະກຳ ທີ່ເປັນເສດຖະກິດໄລຍະກາງ, ໄລ ຍະຍາວນັ້ນຊາວກະສິກອນຫັນມາສົນໃຈ ແລະຂະຫຍາຍເນື້ອທີ່ມາປູກໝາກລະມຸດ, ໝາກເງາະ, ໝາກກະທັນ, ໝາກສົ້ມຂຽວຫວານເພີ່ມຂຶ້ນ, ສ່ວນໄມ້ອຸດສາຫະກຳ ແມ່ນສົ່ງເສີມການປູກໄມ້ສັກ, ຢາງພາລາ, ປາມນໍ້າມັນເນື້ອທີ່ ລວມປະມານ11.297 ເຮັກຕາ, ບັນຫາພົ້ນເດັ່ນແມ່ນການລ້ຽງສັດແບບຄອບຄົວປະເພດ: ງົວ, ຄວາຍຕິດພັນກັບການປູກຫຍ້າເຫັນວ່າເພີ່ມຂຶ້ນ, ອັນຕາການເພີ່ມສະເລ່ຍ 6,9% ເນື້ອທີ່ປູກຫຍ້າລ້ຽງສັດ 37,4 ພັນເຮັກຕາມາຮອດປະຈຸບັນຈຳນວນສັດລ້ຽງ 2,55 ແສນໂຕ ເພື່ອຕອບສະໜອງການບໍລິໂພກພາຍໃນແຂວງ ແລະສົ່ງອອກຕ່າງແຂວງ.

  ນອກນັ້ນຍັງມີໂຮງງານອົບແຫ້ງສາລີ 6 ແຫ່ງ, ໝາກເດືອຍ 13 ແຫ່ງ, ໂຮງງານມັນຕົ້ນ, ໂຮງງານປຸງແຕ່ງຂີ້ເທົ່າລອຍ 4 ແຫ່ງ, ໂຮງງານຊີມັງ 1 ແຫ່ງແລ້ວ, ອັນທີ່ ເກີດຂຶ້ນໃໝ່ມີໂຮງງານບີບປາມນໍ້າມັນຂະໜາດນ້ອຍ 20 ໂຕນຕໍ່ ວັນ 1 ແຫ່ງ, ປຸ໋ຍຊີວະພາບ 2 ແຫ່ງ (ເມືອງຫົງສາແລະເມືອງປາກລາຍ), ຫັດຖະກຳແຜ່ນແພ, ຕີເຫຼັກ, ຈັກສານທີ່ເປັນມູນເຊື້ອຂອງປະຊາຊົນໄດ້ຮັບການຊຸກຍູ້ສົ່ງເສີມມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.

  ການລົງທຶນເຂົ້າໃນການພັດທະນາ 2019 ມີ: 393 ໂຄງການມູນຄ່າ 132,9 ຕື້ກີບ ໃນນັ້ນທຶນພາຍໃນ (ງົບປະມານຂອງລັດ) 364 ໂຄງການມູນຄ່າ 40,7 ຕື້ກີບ, ທຶນຕ່າງປະເທດ 23 ໂຄງການມູນຄ່າ 39,9 ຕື້ກີບ, ທຶນເອກະຊົນພາຍໃນ ແລະຕ່າງປະເທດມີ 6 ໂຄງການ, ມູນຄ່າ 52,1 ຕ້ືກີບ, ໂຄງການສ່ວນໃຫຍ່ແມ່ນໄດ້ຖືກຈັດຕັ້ງປະຕິບັດກວມເອົາ 54% ຂອງແຜນການ, ທັງໝົດເປັນໂຄງການຊຳລະໜີ້ ແລະໂຄງການສືບຕໍ່, ພົ້ນເດັ່ນແມ່ນການລະດົມທຶນປະຊາຊົນມີສ່ວນຮ່ວມໃນການປະກອບສ່ວນກໍ່ສ້າງທາງຮ່ອມທາງຮ່ອມຢູ່ເທສະບານເມືອງຈຳນວນໜຶ່ງ (70%-30%) ມີຈຳນວນ 17 ເສັ້ນມູນຄ່າ 3 ຕື້ກວ່າກີບ, ຄວາມຍາວ 4,37 ກິໂລ ແມັດ, ສຳລັບໂຄງການທຶນຊ່ວຍເຫຼືອ, ກູ້ຢືມ, ໂຄງການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງໂຄງການກໍ່ສ້າງປູຢາງທາງ 2 ຊັ້ນຫົງສາ-ຊຽງແມນສຳເລັດ 100%, ໂຄງການກໍ່ສ້າງຂົວຂ້າມນໍ້າຮຸ່ງ 2 ແຫ່ງສຳເລັດ 57% ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຮຸ່ງ 1 ສຳເລັດ 58% ໂຄງການກໍ່ສ້າງ ແລະໂຄງການປູຢາງທາງ 2 ຊັ້ນປາກລາຍ-ເມືອງທົ່ງມີໄຊສຳເລັດ 98,5%, ທົ່ວແຂວງມີເສັ້ນທາງທັງໝົດ 3.402 ກິໂລແມັດ(ທາງປູດ້ວຍເບຕົງ 1,4 ກິໂລແມັດ, ປູຢາງອັດສະຟານ 83,35 ກິໂລ ແມັດ, ປູຢາງ 2 ຊັ້ນ 915,26 ກິໂລແມັດ ແລະປູດິນທຳມະຊາດ 1.852 ກິໂລແມັດ), ມີເສັ້ນທາງ ສາມາດທຽວໄດ້ 2 ລະດູ 376 ກິໂລແມັດກວມ 86,84% ທາງທຽວໄດ້ລະດູດຽວ 57 ບ້ານກວມ 13,16% ລະບົບນໍ້າປະປາເທສະບານເມືອງບໍ່ແຕນ 62,05% ແລະຂະຫຍາຍລະບົບນໍ້າປະປາເທສະບານແຂວງສຳເລັດ 29,75% ອັດຕາການຊົມໃຊ້ໄຟຟ້າ ກວມ 99,77% ອັດຕາການຊົມໃຊ້ນໍ້າສະອາດ 86,99% ຂອງຈຳນວນປະຊາກອນທັງໝົດ.

 ປະຈຸບັນສ້າງຄອບຄົວວັດທະນະທຳໄດ້ 64.540 ຄອບຄົວ, ກວມເອົາ 87,08% ແລະ ບ້ານວັດທະນະທຳໄດ້ 368 ບ້ານກວມ ເອົາ84,98%, ປີ 2018-20 19 ຜ່ານມາທາງແຂວງໄດ້ມີກິດຈະກຳເປີດປີທ່ອງທ່ຽວຂອງແຂວງ, ຂອງເມືອງຂຶ້ນຫຼາຍເມືອງໄດ້ເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼາຍຂຶ້ນເຖິງ 1,3 ແສນຄົນ, ໄດ້ຜັນຂະ ຫຍາຍດຳລັດ 348/ລບ ຕິດພັນກັບການກວດກາປະເມີນຜົນການສ້າງໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານ ແລະການດຳເນີນກອງປະຊຸມໃຫຍ່ຮາກຖານບ້ານມາຮອດປະຈຸບັນໄດ້ຮັບຮອງຄອບຄົວພັດທະນາແລ້ວ 64.779 ຄອບຄົວ ກວມເອົາ 87,4% ຂອງຈຳນວນບ້ານທັງໝົດຄວາມທຸກຍາກຂອງປະຊາຊົນຢູ່ຊົນນະ ບົດໄດ້ຮັບການແກ້ໄຂຫຼຸດລົງຕາມການປະເມີນໃນທ້າຍປີ 2018 ຄອບຄົວທຸກຍາກຍັງເຫຼືອ 1.202 ຄອບຄົວ ກວມເອົາ 1,6% ບ້ານທຸກຍາກຍັງ 12 ບ້ານກວມເອົາ 2,77% ຂອງຈຳນວນບ້ານທັງໝົດ 433 ບ້ານ.

______________

ຂຽນໂດຍນຸດ ເຮົ້າອ່ອນຈັນ

ພາບ ແລະຂ່າວຈາກ:ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444