ໂຈລີໂດດເດັ່ນທີ່ສຸດໃນງານໂຄສະນາຮູບເງົາ

  ຢືນແຖວໜ້າໃນວົງການ ຮູບເງົາຕ້ອງຍົກໃຫ້ ໂຈລີ ໄປເລີຍຍິ່ງຕອນນີ້ຍິ່ງງົດງາມຫຼ້າສຸດໄປໂຄສະນາຮູບເງົາຈາກຄ່າຍ ດິສນີທີ່ນະຄອນຫຼວງລອນດອນຂອງອັງກິດ ໂດຍໂຈລີ ງົດງາມໃນງານ ຍ່າງພົມແດງພ້ອມກັບລູກໆທັງ 4 ຄົນ ສ່ວນແມ່ກໍເປັ່ງປະກາຍດ້ວຍຊຸດລາຕີສີເງິນລະຫຍິບລະຫຍັບຂອງຍີ່ຫໍ້ຫຼູ Ralph & Russo, ໂຈລີ ຍັງເປີດເຜີຍຮອຍສັກສີດຳ ຢູ່ກາງຫຼັງ ແລະຊຸດລາຕີນັ້ນຍັງ ຕົບແຕ່ງດ້ວຍເສັ້ນສານທີ່ເງິນປີວ ໄຫວປະດັບຄຣິສຕັລເຮັດໃຫ້ເວລາ ຢືນຍ່າງງົດງາມ, ມີພະລັງ, ເສີມ ດ້ວຍການແຕ່ງໜ້າທີ່ໂດດເດັ່ນລິບສະຕິກສີສົ້ມອົມແດງທີ່ເຮັດໃຫ້ໜ້າເບິ່ງສະຫວ່າງສົດໄສເຂົ້າໄປອີກ.

ແອງເຈລິນາ (ໂຈລີ) ເວົ້າເຖິິງຮູບເງົາເລື່ອງນີ້ທີ່ຈະເຮັດໃຫ້ຜູ້ ຊົມລະນຶກເຖິງສິ່ງທີ່ເຮັດໃຫ້ຜູ້ຄົນກາຍເປັນຄົນດີຄົນຊົ່ວ ໂດຍເປີດ ເຜີຍວ່າເຮົາທຸກຄົນມີບາງຢ່າງຢູ່ ໃນຕົວທີ່ເຮັດໃຫ້ບາງຄັ້ງມັນເຮັດ ໃຫ້ເຮົາເຂົ້າໃຈຜິດ ຫຼື ຮູ້ສຶກວ່າຖ້າ ຫາກເຮົາສະແດງມັນອອກມາຢ່າງ ສົມບູນ ຫຼື ບໍ່ສົມບູນກໍຕາມມັນຈະເຮັດໃຫ້ເຮົາກາຍເປັນຄົນທີ່ບໍ່ຖືກຍອມຮັບແຕ່ຂ້ອຍຄິດວ່າບໍ່ວ່າເຮົາຈະເຮັດຫຍັງກໍຕາມໃນໂລກໃບນີ້ ເຖິງແມ່ນວ່າມັນຈະບໍ່ພໍເໝາະພໍດີ ແຕ່ມັນກໍຈະກາຍເປັນສິ່ງທີ່ເຮັດ ໃຫ້ເຮົາໂດດເດັ່ນ ແລະບໍ່ເໝືອນ ໃຜເຮົາພຽງຫາຄົນທີ່ຕ້ອງຍອມ ຮັບໃນຕົວເຮົານາງເອກແຖວໜ້າ ຍັງລະບຸຕື່ມວ່າຂ້ອຍຫວັງວ່າຈະໃຫ້ທຸກໆຄົນປະເຊີນໜ້າກັບມັນ ທຸກວັນນີ້ເຮົາຖືກຕັດສິນກັນຫຼວງ ຫຼາຍຂ້ອຍຄິດວ່າວິທີດຽວທີ່ຈະໂຕ້ຕອບນັ້ນກໍຄືຕ້ອງເປັນຕົວຂອງຕົນເອງໃຫ້ຫຼາຍໆ.

--------------------

 ໜັງສືພິມເສດຖະກິດ-ສັງຄົມ