ຫວຽດນາມ ສົ່ງອອກສີນໄນນໍ້າ 3 ປະເພດໄປຍັງຈີນ

  ສສ ຫວຽດນາມສົ່ງອອກບັນດາຜະລິດຕະພັນສິນໃນນໍ້າ 3 ປະເພດໄປຍັງ ສປ ຈີນ ປະກອບມີ: ຫອຍລາຍ, ຫອຍກາບກີ້, ຫອຍ ລາຍໃຫຍ່ເຮັດໃຫ້ຈໍານວນສິນຄ້າ ສິນໃນນໍ້າຂອງຫວຽດນາມທີ່ສົ່ງ ອອກໄປຍັງຕະຫຼາດຈີີນເພີ່ມຂຶ້ນ ເປັນ 48 ປະເພດ.

ຕາມຂ່າວສານຫວຽດນາມລາຍງານວ່າຕາມກົມການຕະຫຼາດ ອາຊີ -ອາຟຣິກາ ສັງກັດກະຊວງອຸດສາຫະກໍາ ແລະການຄ້າລະ ບຸວ່າກົມໃຫຍ່ພາສີຈີນຫາກໍອອກ ໜັງສືທາງລັດຖະການວ່າດ້ວຍ ເລື່ອງຕົກລົງເພີ່ມເຕີມສິນໃນນໍ້າ 3 ປະເພດຂອງຫວຽດນາມ ເຂົ້າບັນ ຊີລາຍຊື່ສິນຄ້າສິນໃນນໍ້າສົ່ງອອກຂອງປະເທດນີ້ຊຶ່ງບັນດາຜະລິດຕະພັນນັ້ນລວມມີ: ຫອຍລາຍ, ຫອຍ ກາບກີ້, ຫອຍລາຍໃຫຍ່ຜ່ານນັ້ນກໍຍົກຈໍານວນສິນຄ້າສິນໃນນໍ້າຂອງຫວຽດນາມທີ່ສົ່ງອອກໄປຍັງ ຕະຫຼາດຈີີນຂຶ້ນເປັນ 48 ປະເພດ.

ວົງເງິນສົ່ງອອກສິນໃນນໍ້າຂອງຫວຽດນາມ ໄປຍັງຕະຫຼາດ ຈີນ ກວມເອົາ 3,2% ປະລິມານສິນ ຄ້າສິນໃນນໍ້າຂອງຫວຽດນາມທີ່ ສົ່ງອອກໄປຍັງຕະຫຼາດຕ່າງປະເທດ.

 

-----------------

ໜັງສືພິມເສດຖະກິດ-ສັງຄົມ