ຈິນ ເປີດທາງລົດໄຟຍາວທີ່ສູດໄນໂລກ

  ເມື່ອບໍ່ດົນມານີ້ ສປ ຈີນ ໄດ້ເປີດໃຊ້ທາງລົດໄຟສາຍເຮົາເລີ ເປົ້າຈີ໋-ຈີ໋ອັນ ຊຶ່ງມີໄລຍະທາງ ຍາວທີ່ສຸດໃນໂລກ, ໂດຍຂະບວນ ລົດໄຟສາຍນີ້ ຈະຂົນສົ່ງຖ່ານຫີນ ໄດ້ຄັ້ງລະກວ່າໝື່ນໂຕນ.

ຕາມຂ່າວຊີອາໄອລາຍງານວ່າ ທາງລົດໄຟດັ່ງກ່າວມີຄວາມຍາວປະມານ 1.800 ກິໂລແມັດ ເຊື່ອມ ຕໍ່ເມືອງ ເຮົາເລີເປົ້າຈີ໋ເຂດປົກຄອງ ຕົນເອງຂອມົງໂກລີໃນທາງພາກ ເໜືອຂອງຈີນກັບເມືອງຈີ໋ອັນ ມົນ ທົນຈຽງຊີ ທາງພາກໃຕ້ຂອງຈີນເພື່ອຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງຖ່ານຫີນຈາກພາກເໜືອສູ່ພາກໃຕ້ຂອງຈີນໂດຍ ທ່ານຈາງຈຽນຜູ້ຈັດການໂຄງການສ້າງທາງລົດໄຟສາຍດັ່ງກ່າຈາກກຸ່ມບໍລິສັດຊີອາອີຊີ (ChinarailwayEngineeringcorporation) ກ່າວວ່າ: ໄດ້ເຮັດວຽກພັດທະນາເສັ້ນທາງລົດໄຟມາເປັນ ເວລາ 39 ປີ, ໂຄງການນີ້ເປັນໂຄງການສຳຄັນຫຼາຍ ແລະຮູ້ສຶກພາກພູມໃຈທີ່ມີໂອກາດເປັນສ່ວນໜຶ່ງຂອງໂຄງການ.

ຂະນະທີ່ຕະຫຼອດໄລຍະທີ່ຜ່ານ ມາໄດ້ມີສ່ວນຮ່ວມໃນການພັດທະ ນາເສັ້ນທາງລົດໄຟຈີນ ຫຼາຍສີບ ເສັ້ນເຊັ່ນ: ທາງລົດໄຟເຊື່ອມຕໍ່ພື້ນທີ່ ທາງພາກຕາເວັນຕົກສຽງໃຕ້ກັບ ພາກຕາເວັນອອກ ຊຶ່ງຖືເປັນໂຄງ ການທີ່ຕ້ອງປະເຊີນກັບຄວາມລຳ ບາກ ແລະອຸປະສັກ ຢ່າງຫຼວງຫຼາຍ ເນື່ອງຈາກມີແຕ່ພູສູງ, ດັ່ງນັ້ນ ຈຶ່ງ ເປັນອີກໜຶ່ງສັກຂີພິຍານຂອງການ ພັດທະນາລະບົບລົດໄຟຈີນແບບ ກ້າວໜ້າຢ່າງວອງໄວ.

-------------------

ໜັງສືພິມເສດຖະກິດ-ສັງຄົມ