ຮຽບຮຽງຄູ່ມືແນະນໍາການລ້ຽງດູ-ສຶກສາອົບຮົມເດັກ

      ວັນທີ 20 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມເຮືອນພັກຄູນຊັບ (ທ່າລາດ) ແຂວງວຽງຈັນກົມການສຶກສາກ່ອນໄວຮຽນກະຊວງສຶກສາທິການ ແລະກີລາ (ສສກ) ໄດ້ຈັດກອງປະຊຸມກວດຜ່ານ ແລະ ຮຽບຮຽງຄູ່ມືແນະນໍາການລ້ຽງດູ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ສີພາພອນ ມະນີວັນ ແລະທ່ານ ນາງ ວຽງແກ້ວ ພົມມະຈັກ ຮອງຫົວໜ້າກົມການສຶກສາກ່ອນໄວຮຽນກະຊວງສຶກສາທິການ ແລະ ກີລາ, ມີຮອງ ຜູ້ອຳນວຍການສະຖາບັນ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

  ກອງປະຊຸມຄັ້ງນີ້, ອີງໃສ່ຜົນຂອງກອງປະຊຸມທັງ 2 ຄັ້ງທັງນີ້ກໍ່ເພື່ອກວດຜ່ານ ແລະຮຽບຮຽງຄືນຄູ່ມືແນະນໍາການນໍາໃຊ້ແຜນການລ້ຽງດູ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ,ພ້ອມທັງໃຫ້ບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມແລກປ່ຽນ ແລະປະກອບຄໍາຄິດເຫັນຕໍ່ຄູ່ມືດັ່ງກ່າວເພື່ອເຮັດໃຫ້ປື້ມຄູ່ມືສະບັບນີ້ເປັນສະບັບສົມບູນ, ສອດຄ່ອງກັບສະພາບປະຈຸບັນ ແລະເປັນຄູ່ມືໃນການສິດສອນໃຫ້ແກ່ຄູໂຮງລ້ຽງເດັກທັງພາກລັດ ແລະ ເອກະຊົນ.

    ກອງປະຊຸມກວດຜ່ານ ແລະ ຮຽບຮຽງຄູ່ມືແນະນໍາການລ້ຽງດູ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ ໄດ້ດຳເນີນໃນລະຫວ່າງວັນທີ 21-25 ມັງກອນ 2019 ໂດຍຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການນຳສະເໜີ, ການປະກອບຄຳຄິດ ເຫັນ, ການຄົ້ນຄວ້າເປັນກຸ່ມ,ການລາຍງານຜົນການຄົ້ນຄວ້າກ່ຽວກັບປະເດັນທີ່ສຳຄັນ, ບັນຫາ ແລະ ຂໍ້ມູນສຳຄັນຕ່າງໆທີ່ກ່ຽວກັບການກວດຜ່ານ ແລະຮຽບຮຽງຄູ່ມືແນະນຳການນຳໃຊ້ແຜນການລ້ຽງດູ-ສຶກສາອົບຮົມເດັກອາຍຸ 3-36 ເດືອນເປັນຕົ້ນແມ່ນການລາຍງານສະພາບລວມຂອງການພັດທະນາຄູ່ມືການແນະນໍາການນໍາໃຊ້ແຜນການດູແລ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ, ສະເໜີຄູ່ມືແນະນຳການນຳໃຊ້ແຜນການລ້ຽງດູ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ (ສະບັບຮ່າງ), ສົນທະນາ ແລະ ປະກອບຄຳຄິດເຫັນ: ໂຄງຮ່າງ ຂອງປື້ມຄູ່ມື, ຮັບຮອງໂຄງຮ່າງຄູ່ ມືການແນະນຳຄົ້ນຄວ້າເປັນກຸ່ມ: ປັບປຸງເນື້ອໃນຄູ່ມືການແນະນຳຕາມໂຄງຮ່າງທີ່ຕົກລົງຮ່ວມກັນ, ລາຍງານຜົນການຄົ້ນຄວ້າ ແລະ ປັບປຸງເນື້ອໃນນະໂຍບາຍການສຶກສາກ່ອນໄວຮຽນ, ສະເໜີຜ່ານ ແລະ ຮັບຮອງດ້ານວິຊາການ: ນະໂຍບາຍການສຶກສາກ່ອນໄວຮຽນ (ສະບັບຮ່າງ), ຄົ້ນຄ້ວາ ແລະຂຽນບົດລາຍງານການພັດທະນານະໂຍບາຍການສຶກສາກ່ອນໄວຮຽນ, ຜ່ານ ແລະຮັບຮອງບົດລາຍງານການພັດທະນານະໂຍ ບາຍການສຶກສາກ່ອນໄວຮຽນ, ຜ່ານຄູ່ມືການ ແນະນຳການນຳໃຊ້ແຜນການດູ ແລະສຶກສາອົບຮົມເດັກອາຍຸ 3-36 ເດືອນ (ສະບັບປັບປຸງ), ຮັບຮອງ    ຄູ່ມືແນະນຳການນຳໃຊ້ແຜນການດູແລ-ສຶກສາອົບຮົມເດັກອາຍຸ 3-36 ເດືອນ, ນໍາສະເໜີ, ປະກອບຄຳເຫັນຄັ້ງສຸດທ້າຍ, ປັບປຸງຕົ້ນສະບັບ ແລະພິມເປັນສະບັບສົມບູນ.