ເມືອງໝື່ນປະກາດການຈັດຕັ້ງສ່ວຍສາອາກອນ

  ວັນທີ 16 ຕຸລາ 2019 ເມືອງໝື່ນໄດ້ເປີດກອງປະຊຸມປະກາດການຈັດຕັ້ງສ່ວຍສາອາກອນປະຈຳເມືອງຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໃຫ້ກຽດເຂົ້້າຮ່ວມໂດຍ ທ່ານ ພອນເທີດ ສຸຫວັດດີ ຄະນະປະຈຳພັກ ເມືອງຮອງເຈົ້າເມືອງ-ເມືອງໝື່ນ, ມີທ່ານ ຂັນທອງ ພະລາຄອນ ຫົວໜ້າສ່ວຍສາອາກອນປະຈຳແຂວງວຽງ ຈັນ, ທ່ານ ຄໍາພູ ແກ້ວດວງສີ ຫົວໜ້າຫ້ອງການ-ການເງິນເມືອງ, ມີຫົວໜ້າຫ້ອງການ ແລະພະນັກງານຫ້ອງການ-ການເງິນເຂົ້າຮ່ວມ.

  ທ່ານ  ບຸນຍູ້  ອິນທະປັດຖາ ຫົວໜ້າຂະແໜງຈັດຕັ້ງ, ບໍລິຫານ ແລະການເງິນໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນສະບັບເລກ ທີ 2043/ກງ, ລົງວັນທີ 28 ມິຖຸນາ 2019 ວ່າດ້ວຍ: ການແຕ່ງຕັ້ງຫົວໜ້າ ແລະຮອງຫົວໜ້າສ່ວຍສາອາກອນປະຈຳເມືອງ, ເມືອງໝື່ນ, ໃນນັ້ນໄດ້ແຕ່ງຕັ້ງທ່ານ ລາທອງ ສອນສີສົມບັດ ຫົວໜ້າໜ່ວຍງານສ່ວຍສາອາກອນປະຈຳເມືອງໝື່ນຂຶ້ນມາເປັນຫົວໜ້າສ່ວຍສາອາກອນປະຈຳເມືອງໝື່ນ, ແຕ່ງຕັ້ງທ່ານ ຈອກ ພົນທະລາຊາ ຮອງຫົວໜ້າໜ່ວຍງານສ່ວຍສາອາກອນປະຈຳເມືອງໝື່ນຂຶ້ນເປັນຮອງຫົວໜ້າຫ້ອງການສ່ວຍສາອາກອນປະຈໍຳເມືອງໝື່ນ, ແຕ່ງຕັ້ງທ່ານ ອັອດທະລິດ ທຳມະວົງ ພະນັກງານວິຊາການມາເປັນຮອງຫົວ ໜ້າສ່ວຍສາອາກອນປະຈໍາເມືອງ ໝື່ນ, ຈາກນັ້ນ ທ່ານ ຮົ່ວຊົ່ງລາ ຈື່ຕຸກກີ ຮອງຫົວໜ້າຄະນະຈັດຕັ້ງເມືອງກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງໝື່ນ ສະບັບເລກທີ 413/ຈມ.ມໝ ລົງວັນທີ 30 ກັນຍາ 2019 ວ່າດ້ວຍ: ການແຕ່ງຕັ້ງຫົວໜ້າຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງໝື່ນຊຶ່ງໄດ້ແຕ່ງຕັ້ງທ່ານ ຄໍາພີ ບຸດທະວົງ ວ່າການຫົວໜ້າຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງໝື່ນຂຶ້ນມາເປັນຫົວໜ້າຫ້ອງການວິທະຍາສາດ ແລະເຕັກໂນໂລຊີເມືອງໝື່ນ.

  ທ້າຍ ພີທີ ທ່ານ ຂັນທອງ ພະລາຄອນ ຫົວໜ້າສ່ວຍສາອາກອນປະຈຳແຂວງວຽງຈັນໄດ້ໃຫ້ກຽດໂອ້ລົມໂດຍເນັ້ນໜັກໃຫ້ພະນັກງານທຸກຄົນຈົ່ງມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນເອງ, ເອົາໃຈໃສ່ປະຕິບັດພາລະກິດທີ່ຕົນເອງໃຫ້ມອບໝາຍ, ເພີ່ມຄວາມຮັບຜິດຊອບຈັນຍາບັນຕົນເອງເຂົ້າໃນວຽກງານເກັບລາຍຮັບຕ່າງໆໃຫ້ດີຂຶ້ນເລື້ອຍໆ.

________________

ຂ່າວ: ເມືອງໝື່ນ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444