ຮູບເງົາຈີນເລື່ອງຂ້ອຍ ແລະປະເທດຂອງຂ້ອຍ ສ້າງລາຍໄດ້ 2,14 ລ້ານໂດລາ

ຮູບເງົາເລື່ອງຂ້ອຍ ແລະ ປະເທດຂອງຂ້ອຍ (My people, My Country) ຮູບເງົາສະເຫຼີມສະຫຼອງວາລະຄົບຮອບ 70 ປີ ການສ້າງຕັ້ງສາທາລະນະລັດປະຊາຊົນຈີນ ສ້າງລາຍໄດ້ຫຼາຍກວ່າ 3 ແສນໂດລາສະຫະລັດ ໃນອາ ທິດທີສອງຂອງການເຂົ້າສາຍໃນທະວີບອາເມລິກາເໜືອ ເຮັດໃຫ້ມີ ລາຍຮັບລວມຢູ່ທີ່ປະມານ 2,14 ລ້ານໂດລາ.

ຕົວເລກຫຼ້າສຸດຈາກຄອມສະກໍ ບໍລິສັດວິໄຈການຕະຫຼາດຂອງອາ ເມລິກາລະບຸວ່າ  ຈົນເຖິງວັນທີ 13  ຕຸລາທີ່ຜ່ານມາ ຮູບເງົາເລື່ອງນີ້ ສ້າງລາຍໄດ້ລວມ 2,14 ລ້ານໂດ ລານັບຕັ້ງແຕ່ເປີດສາຍໃນວັນທີ 3 0 ກັນຍາ ທີ່ຜ່ານມາໃນໂຮງຮູບເງົາ ອາເມລິກາ  ແລະການາດາ ໂດຍໄລ ຍະສຸດທ້າຍອາທິດທີ່ຜ່ານມາຮູບ ເງົາສ້າງລາຍໄດ້ໄປ 303.541 ໂດລາ ຈາກໂຮງຮູບເງົາ  83  ແຫ່ງ ຄິດເປັນລາຍໄດ້ສະເລ່ຍ 3.657 ໂດລາຕໍ່ໂຮງຮູບເງົາຄວ້າອັນດັບ 17 ໃນຕາຕະລາງບ໊ອກອອຟຟິດທ້າຍອາທິດທີ່ຜ່ານມາໃນອາເມລິກາເໜືອ.

ຮູບເງົາເລື່ອງນີ້ປະກອບດ້ວຍ ເລື່ອງສັ້ນ 7 ເລື່ອງ ຈາກສີມືຜູ້ກຳ ກັບ 7 ຄົນ ນຳໂດຍເສິນຂ່າຍເດີ ຖ່າຍທອດເຫດການສຳຄັນທາງປະຫວັດສາດນັບຕັ້ງແຕ່ການສ້າງຕັ້ງ ສາທາລະນະລັດປະຊາຊົນຈີນ ໃນ ປີ 1949 ໂດຍມີຈຸດປະສົງເພື່ອ ຟື້ນຟູພາບຄວາມຊົງຈຳທີ່ມີຄວາມ ຮ່ວມກັນໃນບັນດາຊາວຈີນທົ່ວ ໂລກ.

ທັງນີ້ຮູບເງົາເລື່ອງຂ້ອຍ ແລະ ປະເທດຂອງຂ້ອຍສ້າງລາຍໄດ້ ຫຼາຍກວ່າ 2,6 ຕື້ຢວນ ຢູ່ຈີນໃນ ໄລຍະ 16 ວັນທີ່ຜ່ານມາ.

--------------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ