ກອງທຶນປະກັນສູຂະພາບຫຼວງນໍ້າທາ ມີສະມາຊີກ 1,8 ແສນກວ່າຄົນ

  ເມື່ອວັນທີ 15 ຕຸລາ 2019 ຢູ່ພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ 9 ເດືອນ ແລະ ທິດທາງແຜນການ 3 ເດືອນທ້າຍປີ 2019 ຂອງວຽກງານກອງທຶນປະກັນສຸຂະພາບ, ພ້ອມທັງເຜີຍແຜ່ກົດໝາຍການປະກັນສຸຂະພາບ ແລະຜ່ານບົດບັນທຶກ ການໂຮມໂຕຂອງກອງທຶນປະກັນສັງຄົມແຫ່ງຊາດກັບກອງທຶນປະກັນສຸຂະພາບແຫ່ງຊາດ, ເຂົ້າຮ່ວມ ໂດຍທ່ານ ບຸນຍີ່ ແກ້ວຄຸນເມືອງ ຮອງເຈົ້າແຂວງໆຫຼວງນໍ້າທາ, ທ່ານ ຄຳຈັນ ອິນທອງໄຊ ຫົວໜ້າ ພະແນກສາທາລະນະສຸກແຂວງ ຫຼວງນໍ້າທາ, ທ່ານ ນິກອນ ວົງສະຫວັດ ຮອງຫົວໜ້າຫ້ອງການກອງ ທຶນປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ແລະພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຊາຍ ຄຸນສີລິເຮືອງ ຫົວໜ້າຫ້ອງການກອງທຶນປະກັນ ສຸຂະພາບຂັ້ນແຂວງ ໄດ້ຜ່ານການ ຈັດຕັ້ງປະຕິບັດ 9 ເດືອນ ແລະທິດ ທາງແຜນການ 3 ເດືອນທ້າຍປີ 2019 ຊຶ່ງກອງທຶນປະກັນສຸຂະ ພາບແຫ່ງຊາດ ແມ່ນການເຕົ້າໂຮມ ທຸກລະບົບປະກັນສຸຂະພາບທີ່ບໍ່ ຫວັງຜົນກຳໄລທີ່ມີຢູ່ໃນ ສປປ ລາວ, ປະຈຸບັນແມ່ນໄດ້ເຕົ້າໂຮມເອົາ ກອງທຶນປະກັນສຸຂະພາບຊຸມຊົນ (ກປສຊ), ກອງທຶນສຸຂະພາບ ສຳລັບຜູ້ທຸກຍາກ (ກສທ), ກອງ ທຶນອຸດໜູນການອອກລູກ ແລະປິ່ນ ປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ (ກດມ) ກອງທຶນປະກັນສັງຄົມແຫ່ງຊາດ, ກອງທຶນປະກັນສັງຄົມຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຜູ້ບໍ່ມີປະກັນສຸຂະພາບອັນອື່ນເຂົ້າມາຮ່ວມກັນ, ຮອດປະຈຸບັນກອງທຶນປະກັນສຸຂະພາບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງປະຕິບັດປີທີ 3 ແລ້ວ, ມີສະມາຊິກທົ່ວແຂວງທັງໝົດ 187.128 ຄົນ (ປະກັນສຸຂະພາບພາກປະຊາ ຊົນ 165.340 ຄົນ,ພາກລັດຖະກອນ ແລະລັດວິສາຫະກິດ 21.788 ຄົນ) ອັດຕາປົກຄຸມ 100% ໃນທົ່ວແຂວງ 4 ໂຮງໝໍເມືອງ 39 ສຸກສາລາ ແລະ1 ໂຮງໝໍຄູ່ສັນຍາສົ່ງຕໍ່ໃຫ້ໂຮງໝໍ ໄຊມັງກອນ ( ຄິດໄລ່ອັດຕາປິ່ນປົວ ເປັນກໍລະນີຕາມເພດານຂອງລະບົບປະກັນສຸຂະພາບ) ແລະໄດ້ສັງ ລວມການບໍລິການ ແລະການທົດແທນທັງໝົດໃນ 9 ເດືອນທົ່ວແຂວງມີຄ່າປິ່ນປົວ 4,45 ຕື້ກວ່າກີບ,ລົງທຶນ 100% ມີ 3,56 ຕື້ ກວ່າກີບ,ສ່ວນເກີນ 25% ມີ 891 ລ້ານກວ່າກີບ,ຄ່າທົດແທນ 4,49 ຕື້ກວ່າກີບ, ດຸນດ່ຽງ 408 ລ້ານ ກວ່າກີບ, ສ່ວນເກີນສຸດທິ 483 ລ້ານກວ່າກີບ ສ່ວນເກີນ 13,5%.

  ໃນກອງປະຊຸມຍັງໄດ້ຜ່ານບົດບັນທຶກການມອບຮັບອຸດໜູນປິ່ນປົວສຸຂະພາບລະຫວ່າງຫ້ອງການປະກັນສຸຂະພາບແຫ່ງຊາດກະຊວງສາທາລະນະສຸກ ແລະ ຫ້ອງການ ກອງທຶນປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະສະຫວັດ ດີການສັງຄົມ ເພື່ອກຳນົດຄວາມ ຮັບຜິດຊອບໃຫ້ມີຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດການ ອຸດໜູນປະກັນສຸຂະພາບພາຍໃຕ້ ກົດໝາຍປະກັນສັງຄົມ ລະຫວ່າງ ຫ້ອງການກອງທຶນປະກັນສັງຄົມ ແຫ່ງຊາດ ແລະຫ້ອງການປະກັນ ສຸຂະພາບແຫ່ງຊາດ ແນໃສ່ເຮັດໃຫ້ ການສະໜອງການບໍລິການປິ່ນປົວ ສຸຂະພາບໃຫ້ແກ່ສະມາຊິກກອງ ທຶນປະກັນສັງຄົມແຫ່ງຊາດໄດ້ ຢ່າງຕໍ່ເນື່ອງ ແລະມີຄຸນນະພາບປະກອບສ່ວນເຂົ້າໃນການກ້າວໄປສູ່ປະກັນສຸຂະພາບທົ່ວປວງຊົນ;ພ້ອມນັ້ນກໍ່ໄດ້ເຜີຍແຜ່ກົດໝາຍວ່າດ້ວຍການປະກັນສຸຂະພາບຊຶ່ງປະກອບມີ 8 ພາກ, 7 ໝວດ ແລະ 79 ມາດຕາ, ກອງປະຊຸມຜູ້ເຂົ້າຮ່ວມໄດ້ ພ້ອມກັນປະກອບຄຳຄິດເຫັນ ເພື່ອ ຊີ້ແຈງບັນຫາການຈັດຕັ້ງປະຕິ ບັດໃນໄລຍະຜ່ານມາ ເພື່ອປັບປຸງ ຂໍ້ຄົງຄ້າງ ແລະໄດ້ຮັບການແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ.

 ----------------

ສືພິມເສດຖະກິດ-ສັງຄົມ