ຢູນິເທວ ມອບລົດໃຫ່ຍໃຫ້ລູກຄາ້ຜູ້ໂຊກດີ

  ທ້າວ ຟອງສະໝຸດ ພະເທບ ສະຫວັດ ອາຍຸ 35 ປີ ເປັນປະຊາຊົນຢູ່ເຂດເຊທ່າມວກ ເມືອງພີນ ແຂວງສະຫວັນນະເຂດ ໄດ້ກາຍເປັນຜູ້ໂຊກດີໄດ້ຮັບລົດໃຫຍ່ The New ISUZU MU-X ຈາກໂຄງ ການຂູດບັດຮັບໂຊກກັບເບີຢູນິເທວ ເຊິ່ງລົດຄັນນີ້ເປັນຄັນທີ 3 ທີ່ບໍລິ ສັດສະຕາໂທລະຄົມມະນາຄົມ ຫຼື Unitel ໄດ້ມອບສົມມະນາບຸນຄຸນ ແກ່ລູກຄ້າ ໂດຍຄັນທຳອິດໄດ້ມອບ ໃຫ້ລູກຄ້າທີ່ແຂວງຫຼວງນໍ້າທາທີ່ ຂູດບັດແລ້ວເຫັນວ່າຕົນເອງໄດ້ຮັບລົດໃຫຍ່,ຈາກນັ້ນກໍແມ່ນລູກຄ້າ ທີ່ຊົມໃຊ້ເຄືອຂ່າຍໂທລະສັບມືຖືທີ່ ຢູ່ນະຄອນຫຼວງວຽງຈັນ.

ໂຄງການຂູດບັດໃຫ້ໂຊກຂອງ ຢູນິເທວແມ່ນໄດ້ເລີ່ມຈັດຕັ້ງປະຕິ ແຕ່ທ້າຍປີ 2018 ຊຶ່ງໂຄງການນີ້ ໄດ້ຕອບແທນບຸນຄຸນລູກຄ້າດ້ວຍການຂູດບັດແລ້ວໃນບັດຈະບອກ ວ່າໄດ້ຫຍັງ ໃນນີ້ໄດ້ມອບເຄື່ອງໃຊ້ ແລະພາຫະນະຕ່າງໆເປັນຕົ້ນແມ່ນ: ລົດຈັກ, ໂທລະພາບ, ຕູ້ເຢັນ, ໝໍ້ ຫຸງເຂົ້າ ຫຼືຂູດບັດແລ້ວໄດ້ດາຕ້າ ຟຣີ, ຫຼິ້ນອິນເຕີເນັດຟຣີ ຫຼືໄດ້ຮັບ ມູນຄ່າໂທຟຣີ ແລະອື່ນໆມາແລ້ວ ຫຼາຍລາຍການ, ພິເສດສຸດໃນທ້າຍ ປີ 2019 ແມ່ນຈະມີບັດຕື່ມເງິນ ຂອງ Unitel ອີກໜຶ່ງບັດທີ່ຈະ ໃຫ້ໂຊກແກ່ລູກຄ້າຊຶ່ງບັດຕື່ມເງິນ ໃບນັ້ນອາດຈະຕົກຢູ່ແຂວງໃດ ແຂວງໜຶ່ງຂອງ ສປປ ລາວ ເປັນລາງວັນໃຫຍ່ນັ້ນກໍ່ແມ່ນລົດ TOYOTA PRADO ຊຶ່ງຖືໄດ້ ວ່າ Unitel ໄດ້ມອບໂຊກໃຫ້ລູກ ຄ້າສົ່ງທ້າຍປີ 2019.

ພິທີມອບລົດ The New ISUZU MU-X ໃຫ້ແກ່ຜູ້ໂຊກດີຂອງ ແຂວງສະຫວັນນະເຂດ ໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າ ສະຫວັນໄອເຕັກ ໃນວັນທີ 11 ຕຸ ລາ 2019, ໃຫ້ກຽດເຂົ້າຮ່ວມມີທ່ານ ອຸລະທາ ທອງວັນທາ ຮອງຜູ້ອຳນວຍການໃຫຍ່ບໍລິສັດສະຕາໂທລະຄົມມະນາຄົມ, ທ່ານ ຫວຽນເຖຈູງ ຜູ້ອຳນວຍການ Unitel ສາຂາແຂວງສະຫວັນນະເຂດ ແລະ ທ່ານນາງ ວຽງຄອນ ເພັງສຸວັນ ອຳນວຍການສູນບໍລິການຮັກສາລູກຄ້າຂອງບໍລິສັດສະຕາໂທລະຄົມ.

  ------------

ໜັງສືພິມເສດຖະກິດ-ສັງຄົມ