ພູກູດ ສະຫຼອງວັນລ້າງມືສາກົນ

  ຫ້ອງການສຶກສາທິການ ແລະກີລາເມືອງ (ສກມ) ພູກູດ ແຂວງຊຽງຂວາງ ຮ່ວມກັບໂຮງ ຮຽນປະຖົມນາຊາຍທອງຈັດພິທີ ສະຫຼອງວັນລ້າງມືສາກົນຄົບຮອບ 11 ປີ ໃນວັນທີ 15 ຕຸລາ 2019 ທີ່ໂຮງຮຽນປະຖົມນາຊາຍທອງ ເມືອງພູກູດ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງເພັດ ອິນທະໄຊ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງ (ສກຂ), ທ່ານ ພົມມາ ນ້ອຍກັນຍາ ຮອງຫົວໜ້າ ຫ້ອງການສຶກສາທິການ ແລະກີລາ ເມືອງ (ສກມ) ພູກູດ, ມີຜູ້ອຳນວຍການໂຮງຮຽນປະຖົມນາຊາຍທອງພ້ອມຄະນະ,ອຳນາດການປົກຄອງ ບ້ານນາຊາຍທອງ, ຄູ-ອາຈານ ສອນພ້ອມດ້ວຍນ້ອງນັກຮຽນພາຍ ໃນໂຮງຮຽນ ແລະແຂກທີ່ຖືກເຊີນ ເຂົ້າຮ່ວມ.

ທ່ານ ນາງ ມິນລາ ດວງພະຈັນ ວິຊາການໜ່ວຍງານສາມັນ ຫ້ອງການ (ສກມ) ພູກູດໄດ້ຂຶ້ນເລົ່າປະຫວັດຄວາມເປັນມາຂອງ ວັນລ້າງມືສາກົນພໍດີປີນີ້ຄົບຮອບ 11 ປີ (15 ຕຸລາ 2008-15 ຕຸ ລາ 2019) ໄດ້ຍົກໃຫ້ເຫັນເຖິງ ຄວາມສໍາຄັນຂອງສຸຂະພາບເປັນ ປັດໄຈອັນສໍາຄັນທີ່ອໍານວຍຄວາມ ສະດວກໃຫ້ແກ່ການສຶກສາຮໍ່າ ຮຽນເພື່ອປະສົບຜົນສໍາເລັດຖ້າ ເດັກມີສຸຂະພາບແຂງແຮງບໍ່ເຈັບ ບໍ່ເປັນບໍ່ອຶດຫິວສະພາບແວດລ້ອມ ໂຮງຮຽນເປັນໜ້າຢູ່ສະອາດ ແລະ ປອດໄພ, ເດັກສາມາດຮຽນ ແລະ ມີໂອກາດປະສົບຜົນສໍາເລັດໃນການສຶກສາກໍຈະນໍາໄປສູ່ການມີທັກສະໃນການຮັກສາສຸຂະພາບ ແລະ ໃນການດຳລົງຊີວິດທີ່ດີຂຶ້ນ, ໃນປະຈຸບັນບັນຫາເດັກນ້ອຍລາວຍັງມີ

ຫຼາຍພະຍາດທີ່ເປັນໄພຂົ່ມຂູ່ ຕໍ່ສຸຂະພາບຂອງເດັກ ຊຶ່ງເປັນສາ ເຫດໃຫ້ນັກຮຽນຈໍານວນໜຶ່ງອອກໂຮງຮຽນອັດຕາການປະລະການຮຽນຍັງສູງ ແລະຂາດຮຽນ, ບັນດາພະຍາດທີ່ມັກເກີດຂຶ້ນກັບເດັກ ສ່ວນຫຼາຍແມ່ນພະຍາດໄຂ້ຍຸງ, ອັກເສບລະບົບຫາຍໃຈຮຸນແຮງ, ຖອກທ້ອງແມ່ກາຝາກໃນລໍາໄສ້, ປາກ- ແຂ້ວ, ໄຂ້ຫວັດໃຫຍ່ ແລະພະຍາດອື່ນໆ ບັນດາພະາດທີ່ກ່າວມານັ້ນແມ່ນມີສາເຫດມາຈາກພວກເຮົາບໍ່ໄດ້ລ້າງມືຖືກຫຼັກອະນາໄມເຊັ່ນ: ການລ້າງມືກ່ອນ-ຫຼັງຮັບປະທານອາຫານ, ຫຼັງຈາກໃຊ້ຫວິດຖ່າຍ.ຈຸດປະສົງກໍເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍຄວາມສໍາຄັນ ສໍາລັບທຸກຄົນໃຫ້ມີຈິດສໍານຶກ ແລະໃຫ້ກາຍເປັນຄວາມຊິ້ນເຄີຍໃນ ການລ້າງມືໃສ່ສະບູ່ທຸກຄັ້ງໃນການ ດໍາລົງຊີວິດປະຈໍາວັນທັງສົ່ງຜົນດີ ເພື່ອບັນລຸຕາມ 5 ຫຼັກມູນການສຶກ ສາທີ່ທາງກະຊວງສຶກສາທິການ ແລະກີລາວາງອອກ.

ສໍາລັບກິດຈະກໍາໃນງານຄັ້ງນີ້ ປະກອບມີ: ການລ້າງມື 7 ວິທີຂອງນ້ອງນັກຮຽນ, ການສະແດງ ລະຄອນຕຸກຕາ, ການແຂ່ງຂັນກີລາ ບານເຕະ, ນອກນັ້ນຍັງມີຂະບວນ ການແຂ່ງຂັນກີລາປະເພດຕ່າງໆຂອງຊຸມຊົນປະກອບສ່ວນຕື່ມອີກ ເພື່ອສ້າງໃຫ້ງານມີບັນຍາກາດ ແລະຄຶກຄື້ນມ່ວນຊື່ນພ້ອມດຽວກັນນັ້ນພະແນກ ສກຂ ຍັງໄດ້ນໍາເອົາເຄື່ອງຮັບໃຊ້ອຸປະໂພກບໍລິໂພກ ຈໍານວນໜຶ່ງມາມອບໃຫ້ທາງໂຮງ ຮຽນຕື່ມອີກເຊັ່ນ: ສະບູ່, ຢາສີແຂ້ວ, ໄມ້ຖູແຂ້ວ, ບິກ, ປຶ້ມຂຽນ, ເຂົ້າໜົມ, ເພື່ອຊ່ວຍຊຸກຍູ້ໂຮງຮຽນ ໃນການປະຕິບັດໜ້າທີ່ໃຫ້ມີຄວາມ ເຂັ້ມແຂງ ແລະມີຜົນສໍາເລັດ.

----------------------

ໜັງສືພີມເສດຖະກິດ-ສັງຄົມ