ກະຊວງພາຍໃນເປີດຂະບວນຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ

 ເພື່ອສ້າງຂະບວນການຂໍ່າ ນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນກອງປະຊຸມໃຫຍ່ບັນດາໜ່ວຍພັກຮາກຖານ ແລະກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມະຫາຊົນກະຊວງພາຍໃນໆວັນທີ 16 ຕຸລາ 2019 ກະຊວງພາຍໃນຈັດພິທີເປີດຂະບວນການຕ້ອນຮັບກອງປະຊຸມໃຫຍ່ດັ່ງກ່າວຂຶ້ນທີ່ກະຊວງພາຍ ໃນໂດຍມີທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນບັນດາຄະນະພັກ, ຄະນະນໍາກະຊວງ, ເລຂາໜ່ວຍພັກຮາກຖານ,ຄະນະປະທານ 3 ອົງການຈັດຕັ້ງມະຫາຊົນ ແລະສະມາຊິກເຂົ້າຮ່ວມ.

ສະໜັບສະໜຸນໂດຍ: ລັດວິສະຫະກິດສ່ວນບຸກຄົນ

---------------

  ທ່ານ ທອງຈັນ ມະນີໄຊ ກ່າວວ່າ: ບັນດາກອງປະຊຸມຕ່າງໆ ຕິດພັນກັບກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງພາຍໃນທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້າ ແລະຄາດໝາຍເນື້ອໃນ ແລະຮູບການສ້າງຂະບວນການເປັນຕົ້ນແມ່ນກະກຽມ ແລະດໍາເນີນກອງປະຊຸມດັ່ງກ່າວໃຫ້ສໍາເລັດຕາມກໍານົດເວລາ ແລະມີຜົນສໍາເລັດຕາມຄາດ ໝາຍທີ່ວາງໄວ້ສອດຄ່ອງກັບກົດລະບຽບພັກ, ກົດລະບຽບອົງການຈັດຕັ້ງມະຫາຊົນທີ່ກໍານົດໄວ້ການແຂ່ງຂັນ ແລະສ້າງຂະບວນການໂດຍຖືເອົາເນື້ອໃນໆການສ້າງໜ່ວຍພັກປອດໄສເຂັ້ມແຂງໜັກແໜ້ນຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາການຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍຂອງພັກ, ການເລົ່າມູນເຊື້ອການຊີ້ນໍາໆພາຂອງພັກປະຊາຊົນປະຕິວັດລາວ ແລະວັນສໍາຄັນຕ່າງໆຂອງພັກຂອງຊາດໃຫ້ແກ່ພະນັກງານ-ລັດຖະກອນກະຊວງພາຍໃນສ້າງຂະບວນການແຂ່ງຂັນກີລາສິລະ ປະ-ວັນນະຄະດີຂະບວນການອອກແຮງງານ.

   ສະໜັບສະໜຸນໂດຍ: HONDA

---------  

ທ່ານຮອງລັດຖະມົນຕີກະຊວງພາຍໃນຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຮາກຖານຄະນະນໍາແຕ່ລະໜ່ວຍການຈັດຕັ້ງ ແລະພະນັກງານ-ລັດຖະກອນຈົ່ງເພີ່ມທະວີຄວາມຮັບຜິດຊອບຄວາມຫ້າວ ຫັນມີຄວາມສາມະຄີເປັນປຶກແຜ່ນ ມີຄວາມເປັນເອກະພາບສູງເປັນ ເຈົ້າການຊີ້ນໍາໆພາ ແລະເຂົ້າຮ່ວມປະກອບສ່ວນໃນຂະບວນການຕ່າງໆເພື່ອສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງກອງປະຊຸມໃຫຍ່ບັນດາໜ່ວຍພັກຮາກຖານ ແລະ ກອງປະຊຸມໃຫຍ່ 3 ອົງການຈັດ ຕັ້ງມະຫາຊົນກະຊວງພາຍໃນໃຫ້ມີບັນຍາກາດຟົດຟື້ນ ແລະມີຜົນສໍາເລັດຈົບງາມຫຼັງຈາກສໍາ ເລັດພິທີເປີດແລ້ວກໍໄດ້ມີຂະບວນການອອກແຮງງານລວມອ້ອມຂ້າງຕຶກກະຊວງພາຍໃນອີກດ້ວຍ.

_______________

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444