ອົງການຈັດຕັ້ງພັກ-ລັດ ມອບເຄື່ອງຊ່ວຍຜູ້ປະສົບ ເມືອງທ່າແຕງ

 ສອງອົງການຈັດຕັ້ງພັກ-ລັດ ຊຶ່ງນຳໂດຍທ່ານ ຕຸລາວັນ ວົງໄຊ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງເຊກອງ ແລະທ່ານ ຄໍາສອນ ກອນເຍີ ຫົວໜ້າພະແນກແຮງ ງານ ແລະສະຫວັດດີການສັງຄົມແຂວງ, ຮອງປະທານຄະນະກຳມະການຄວບຄຸມໄພພິບັດຂັ້ນແຂວງພ້ອມດ້ວຍຄະນະທັງສອງຝ່າຍໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ເມືອງທ່າແຕງ, ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມໃນລະຫ່ວາງຕົ້ນເດືອນກັນຍາຜ່ານມາ.

  ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງທ່າແຕງ ໃນວັນທີ 16 ຕຸລາ 2019 ໂດຍມີທ່ານ ສົມເພັດ ເອິດລັດດາ ວ່າການເຈົ້າເມືອງໆທ່າ ແຕງ, ມີຄະນະກໍາມະການຄວບ ຄຸມໄພພິບັດຂັ້ນເມືອງ, ຫົວໜ້າ ຫ້ອງການ ພ້ອມດ້ວຍພະນັກງານ ວິຊາການກ່ຽວຂ້ອງເຂົ້າຮ່ວມສຳ ລັບເຄື່ອງທີ່ນໍາມາມອບໃຫ້ເມືອງ ທ່າແຕງຄັ້ງນີ້ແມ່ນໄດ້ຮັບຈາກ ການປະກອບສ່ວນຂອງຊາວໜຸ່ມ ຕະລຸມບອນຮ່ວມແຮງຮ່ວມໃຈ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າ ຖ້ວມແຂວງເຊກອງ ຊຶ່ງປະກອບມີເຂົ້າສານໜຽວ, ໝີ່ໄວໆສໍາເລັດ ຮູບ 25 ແກັດ, ນໍ້າດື່ມ 50 ແພັກ, ເຄື່ອງນຸ່ງຫົ່ມ 10 ສອບ, ມຸ້ງ 5 ດາງ, ປາປ໋ອງ 8 ແພັກ, ແປ້ງນົວ 10 ຖົງ ລວມມູນຄ່າ 8,3 ລ້ານກວ່າກີບ ແລະ ຮັບຈາກພາກສ່ວນພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງເຊກອງປະກອບມີ: ເຂົ້າສານຈ້າວຈໍານວນ 15 ໂຕນ ພ້ອມເງິນສົດ 30 ລ້ານກີບກ່າວຮັບໂດຍທ່ານ ສົມເພັດ ເອິດລັດດາ ວ່າການເຈົ້າເມືອງໆ ທ່າແຕງໂດຍຊ່ອງໜ້າພາກສ່ວນກ່ຽວຂັ້ນແຂວງ ແລະເມືອງ.

    ສະໜັບສະໜຸນໂດຍ: HONDA

  ທ່ານ ສົມເພັດ ເອິດລັດດາ ວ່າການເຈົ້າເມືອງໆທ່າແຕງ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງອົງການຈັດຕັ້ງພັກ-ລັດຂັ້ນແຂວງເຊກອງ ທີ່ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ພ້ອມເງິນສົດມາຊ່ວຍເຫຼືອຜູ້ປະ ສົບໄພນໍ້າຖ້ວມໃນຄັ້ງນີ້, ໂດຍເງິນຊ່ວຍເຫຼືອດັ່ງກ່າວຈະໄດ້ນຳໄປຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມໃນທົ່ວເມືອງທ່າແຕງ, ຊຶ່ງການຊ່ວຍເຫຼືອດັ່ງກ່າວຈະເປັນກຳລັງໃຈໃຫ້ແກ່ປະຊາຊົນ ແລະປະກອບສ່ວນເຮັດໃນການແກ້ໄຂໄພພິບັດກໍຄືຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມຢູ່ພາຍໃນເມືອງສາມາດຜ່ານພົ້ນຄວາມທຸກຍາກແລະກັບຄືນສູ່ສະພາບປົກກະຕິ.

 ສະໜັບສະໜຸນໂດຍ: ສ່ວນບຸຸກຄົນ

________________

ຂຽນໂດຍພອນ ບຸນອຸທິດ

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444