8 ແຂວງ ທົບທວນແຜນຮ່ວມມືແກ້ໄຂບັນຫາໃຊ້ຄວາມຮຸນແຮງຕໍ່ເດັກ

   ກອງປະຊຸມທົບທວນການຈັດຕັ້ງປະຕິບັດແຜນຮ່ວມມືຂອງຫຼາຍຂະແໜງການເພື່ອປ້ອງກັນ ແລະແກ້ໄຂບັນຫາໃຊ້ຄວາມຮຸນແຮງຕໍ່ເດັກໃນບັນດາວຽກງານທີ່ເປັນບູລິມະສິດ 8 ແຂວງ ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2019 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງ ແຂວງໄຊຍະບູລີ, ໂດຍມີທ່ານນາງ ບຸນພັກ ອິນທະປັນຍາ ຮອງເຈົ້າແຂວງໄຊຍະບູລີທັງເປັນປະທານ ຄກມດຂັ້ນແຂວງ,ທ່ານນາງ ຈົງຈິດ ຈັນທະລານົນ ຮອງຫົວໜ້າຫ້ອງການກອງເລຂາຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອ ງແມ່ຍິງ ແລະ ແມ່-ເດັກ, ທ່ານ ນາງ ຄຳຜິວ ພັນ ທະວົງ ວ່າການປະທານສະຫະ ພັນແມ່ຍິງແຂວງ ພ້ອມດ້ວຍບັນດາ ຄະນະກຳມາທິການເພື່ອຄວາມ ກ້າວໜ້າຂອງແມ່ຍິງ ແລະແມ່-ເດັກ 8 ແຂວງຄື: ແຂວງໄຊຍະບູລີ, ຜົ້ງສາລີ, ບໍ່ແກ້ວ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ, ອັດຕະປື ແລະ 5 ກະຊວງເຊັ່ນ: ກະ ຊວງຍຸຕິທໍາ, ກະຊວງສຶກສາທິການແລະກີລາ, ກະຊວງສາທາລະນະສຸກ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ກະຊວງໄປສະນີໂທລະຄົມມະນາຄົມ ແລະການສື່ສານພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

---------

 ທ່ານ ນາງ ບຸນພັກ ອິນທະ ປັນຍາ ກ່າວຕ້ອນຮັບ ແລະລາຍງານສະພາບຈຸດພິເສດ,ທີ່ຕັ້ງ ແລະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຕິດພັນກັບການພັດທະນາພື້ນຖານໂຄງ ລ່າງຂອງແຂວງໄຊຍະບູລີໂດຍ ຫຍໍ້; ຈາກນັນໄດ້ກ່າວເປີດກອງ ປະຊຸມຢ່າງເປັນທາງການ ຊຶ່ງ ທ່ານໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ເພື່ອທົບທວນຄວາມຄືບໜ້າ, ສິ່ງທ້າທາຍ ແລະວິທີການແກ້ໄຂ ໃນການຈັດຕັ້ງປະຕິບັດບັນດາຂົງ ເຂດບູລິມະສິດທີ່ສໍາຄັນຂອງແຜນ ການຕອບສະໜອງຫຼາຍຂະແໜງ ການໃນລະດັບແຂວງ ເພື່ອວາງແຜນການຈັດຕັ້ງປະຕິບັດບັນດາ ຂົງເຂດບູລິມະສິດທີ່ສໍາຄັນຂອງ ແຜນການຕອບສະໜອງຫຼາຍຂະແໜງການໃນລະດັບແຂວງ ແລະ ເພື່ອຮຽນຮູ້ຖອດຖອນບົດຮຽນ ຈາກຂັ້ນບ້ານຂັ້ນໂຮງຮຽນກ່ຽວ ກັບການປ້ອງກັນ ແລະຕອບໂຕ້ຕໍ່ຄະດີຈາກຄວາມຮຸນແຮງຕໍ່ເດັກ ໃນທຸກສະຖານະພາບ, ພ້ອມນີ້ບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນ ຄວ້າ ແລະຮັບຟັງແຜນດໍາເນີນ ງານແຫ່ງຊາດກ່ຽວກັບການປ້ອງ ກັນ ແລະລຶບລ້າງການໃຊ້ຄວາມ ຮຸນແຮງຕໍ່ເດັກແຜນຮ່ວມມືຂອງຫຼາຍຂະແໜງການເພື່ອປ້ອງກັນ ແລະແກ້ໄຂບັນຫາການໃຊ້ຄວາມ ຮຸນແຮງຕໍ່ເດັກໃນບັນດາວຽກທີ່ ເປັນບູລິມະສິດ, ສະເໜີແນະນຳ ຂອງ ສປຊ ໃນການຈັດຕັ້ງປະຕິ ບັດສົນທິສັນຍາວ່າດ້ວຍສິດທິເດັກລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ, ໃນໂຮງ ຮຽນ, ໃນສະຖານທີ່ບໍລິການສາທາລະນະສຸກໃນລະບົບຍຸຕິທໍາສໍາລັບເດັກ, ການແກ້ໄຂຂໍ້ຂັດແຍ້ງຂັ້ນບ້ານ ແລະຄະດີເດັກ, ໃນສະຖານທີ່ອອກແຮງງານເຮັດວຽກລວມທັງລະບົບຕາໜ່າງປົກປ້ອງເດັກ, ການນໍາໃຊ້ສື່ອອນລາຍທີ່ປອດໄພຈາກນັ້ນໄດ້ລົງທົດລອງປະຕິບັດຕົວຈິງຢູ່ຂັ້ນບ້ານ ແລະໂຮງຮຽນຕື່ມອີກ.

ສະໜັບສະໜຸນໂດຍ: HONDA

-------- 

ຈຸດປະສົງກໍ່ເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ນໍາເອົາບົດຮຽນ ແລະພຶດຕິກໍາຕົວຈິງທີ່ໄດ້ລົງພາກປະຕິບັດຕົວຈິງໄປຜັນຂະຫຍາຍ ແລະຈັດຕັ້ງຕາມສະພາບເງື່ອນໄຂຕົວຈິງໃນທ້ອງຖິ່ນແຂວງຂອງຕົນ ກ່ຽວກັບວຽກຕາໜ່າງປົກປ້ອງເດັກ ແລະລະບົບຍຸຕິທໍາສໍາລັບເດັກຄວາມຮຸນແຮງຕ່າງໆໃນຊຸມຊົນເພື່ອກ້າວເຂົ້າໃນການສະຫຼຸບສ້າງ ແຜນວຽກແມ່ແລະເດັກ 2021-2025 ແລະສ້າງແຜນດໍາເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ 2021-2025 ຄັ້ງທີ 2 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.

__________

ຂຽນໂດຍ: ບຸນທີ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444