ໂຈເຫວິນຟະ ບໍລິຈາກ 99% ຂອງຊັບສິນໃຫ້ສັງຄົມ

  ພະເອກໃນຕຳນວນໂຈເຫວີນ ຢູນຟະ ຊຶ່ງຫຼາຍຄົນອາດບໍ່ຮູ້ຈັກຊື່ແທ້ຂອງເພິ່ນແຕ່ຄົງຈຳໄດ້ເຈົ້າພໍ່ ຊຽງໄຮ້ຮູບເງົາ ສປ ຈີນທີ່ໂດ່ງດັງໄປທົ່ວໂລກຈົນຄົນຕ້ອງນຳໄປຫານະຄອນຊັ່ງໄຫຂອງຈີນ, ໂດຍພະເອກຄົນນີ້ເປັນຜູ້ທີ່ມີຊື່ສຽງທັງໃນ ແລະຕ່າງປະເທດທີ່ສຳຄັນກວ່ານັ້ນ ເພິ່ນສ້າງລາຍຮັບໄດ້ມາກມາຍມະຫາສານແຕ່ບໍ່ເຄີຍວາງຕົວຫຼູຫຼາ ບໍ່ມັກຊື້ເຄື່ອງໃນຫ້າງຊັບພະສິນ ຄ້າແຕ່ກັບກາຍເປັນວ່າຕະຫຼາດນັດ ເປັນສູນກາງຊັອບປີ້ງ.

ການວາງຕົວຕິດດິນຂອງພະ ເອກ  ໂຈເຫວິນຟະ ນັ້ນເຮັດໃຫ້ຫຼາຍ ຄົນສົງໄສບາງຄົນເຖິງກັບເອີ່ຍ ປາກຖາມວ່າຫາເງິນໄປໄວ້ທາງ ໃດຄືປະຢັດແທ້ແຕ່ພະເອກກໍຕອບ ພຽງວ່າເງິນທັງໝົດບໍ່ແມ່ນຂອງ ຂ້ອຍດອກຂ້ອຍເປັນຄົນຊ່ວຍຮັກ ສາຊົ່ວຄາວເທົ່ານັ້ນ, ຕາມຂໍ້ມູນບັນ ທຶກໄວ້ພະເອກດັງມີລາຍໄດ້ລວມ ມະຫາສານສະເພາະປີ 2014  ເພິ່ນກາຍເປັນຜູ້ມີລາຍໄດ້ສູງສຸດອັນດັບສອງຂອງຮົງກົງຕົກເປັນເງິນ 170 ລ້ານໂດລາຮົງກົງ ຫຼື ເທົ່າ ກັບ 21,9 ລ້ານໂດລາສະຫະລັດ ມາບວກກັບເງິນສະສົມກ່ອນໜ້າ ນັ້ນເຮັດໃຫ້ພະເອກດັງຄົນນີ້ມີລາຍ ໄດ້ 5,6 ຕື້ໂດລາຮົງກົງ ເທົ່າກັບ 714 ລ້ານໂດລາ ໂດຍເງິນລາຍ ໄດ້ທັງໝົດນັ້ນ 99% ເພິ່ນຈະບໍລິ ຈາກໃຫ້ສັງຄົມ.

ເຖິງພະເອກຄົນນີ້ຈະມີເງິນໄວ້ ຫຼວງຫຼາຍແຕ່ເພິ່ນບໍ່ເຄີຍໃຊ້ຊີວິດ ເກີນຄົນປົກກະຕິ ຊຶ່ງມີລາຍງານວ່າ ໂຈເຫວິນ ໄປຊື້ເກີບໃສ່ໃນລາຄາ 15 ຢວນ ຫາຍາກຫຼາຍໃນຮົງກົງ, ຄົນສ່ວນໃຫຍ່ຈະຄິດຫຼາຍຈົນຈະເປັນບ້າຍ້ອນເງິນແຕ່ພະເອກໂຈ ເຫວິນຟະ ບອກສະເໝີວ່າຄວາມ ສຸກທີ່ແທ້ຈິງບໍ່ໄດ້ຢູ່ທີ່ການມີໜ້າມີຕາໃນສັງຄົມ, ການທີ່ຕ້ອງມີຊື່ສຽງໂດ່ງດັງ, ມີໜ້າທີ່ການງານທີ່ດີແຕ່ຢ່າງໃດຂໍພຽງສະມາຊິກຄົນ ໃນຄອບຄົວຢູ່ນຳກັນພ້ອມໜ້າບໍ່ ເຈັບປ່ວຍໄຂ້ກໍສຸກໃຈທີ່ສຸດແລ້ວ.

 ---------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ