ເສດຖະກິດເມືອງທ່າແຕງ ຂະຫຍາຍຕົວດີຂື້ນປະຊາຊົນມີລາຍຮັບກວ່າ 17 ລ້ານກີບ

 ການພັດທະນາເສດຖະກິດເມືອງທ່າແຕງແຂວງເຊກອງໃນປີ 2018 ຜ່ານມາເຫັນວ່າມີການຂະຫຍາຍຕົວດີຂຶ້ນຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍ ໃນ ຫຼື GDP ບັນລຸ 700 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນ 17 ລ້ານກວ່າກີບຕໍ່ຄົນ, ລະບຸລາຍຮັບສ່ວນໃຫຍ່ໄດ້ຈາກຂະແໜງກະສິກໍາກວມເອົາເກືອບ 40%.

  ຕາມການລາຍງານຂອງທ່ານ ຄໍາໄພ ສິມມາວັດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງໆທ່າແຕງ ຕໍ່ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງເມື່ອບໍ່ດົນນີ້ວ່າ: ຜ່ານມາຄະນະພັກ-ອົງການປົກຄອງເມືອງໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງໂດຍສຸມໃສ່ຍູ້ແຮງຂະບວນການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເປັນສິນຄ້າ ແລະການບໍລິການ ຄຽງຄູ່ກັບການປຸກລະດົມສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດລົງທຶນເຂົ້າໃນການຜະລິດເປັນສິນຄ້າ ແລະການບໍລິການດ້ານຕ່າງໆ, ເອົາໃຈໃສ່ສ້າງພື້ນຖານໂຄງລ່າງ, ສ້າງເງື່ອນໄຂ ແລະສິ່ງອໍານວຍຄວາມສະດວກແກ່ການພັດທະນາເສດຖະກິດ, ການຄ້າ, ການລົງ ທຶນ ແລະການທ່ອງທ່ຽວເພື່ອເປັນສິ່ງດຶງດູດການລົງທຶນຂອງພາກລັດ,ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ, ການລົງທຶນຂອງພາກເອກະຊົນພາຍໃນ ແລະຕ່າງປະເທດມາພັດທະນາເມືອງນັບມື້ຫຼາຍຂຶ້ນ, ອັນໄດ້ເຮັດໃຫ້ຈັ່ງຫວະການຂະຫຍາຍຕົວຂອງເສດຖະກິດເພີ່ມຂຶ້ນສະເລ່ຍ 9,56% ລວມຍອດຜະລິດ ຕະພັນພາຍໃນ ຫຼື GDP ບັນລຸ 749,8 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 2.067 ໂດລາ ຫຼື ປະມານ 17,5 ລ້ານກວ່າກີບຕໍ່ຄົນຕໍ່ປີ.

  ໂດຍຂະແໜງກະສິກໍາ ແລະ ປ່າໄມ້ປະຕິບັດໄດ້ 294,3 ຕື້ກວ່າກີບເພີ່ມຂຶ້ນ 14,39% ກວມເອົາ 39,26% ຮອງມາແມ່ນການບໍລິການປະຕິບັດໄດ້ 234,8 ຕື້ກວ່າກີບເພີ່ມ 9,08% ກວມເອົາ 31,32% ແລະຂະແໜງອຸດສາຫະກໍາປະຕິບັດໄດ້ 220,6 ຕື້ກວ່າກີບເພີ່ມຂຶ້ນ 4,18% ກວມເອົາ 29,42% ຂອງ GDP.

  ຂະນະທີ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ແລະວຽກງານ 3 ສ້າງ, ທ່ານຮອງເຈົ້າເມືອງກ່າວວ່າ: ຄະນະພັກ-ອົງການປົກຄອງ ແລະປະຊາຊົນບັນດາເຜົ່າພາຍໃນເມືອງໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິ ບັດຢ່າງຈິງຈັງ ແລະຕໍ່ເນື່ອງໂດຍໄດ້ຫັນເອົາພະນັກງານການນໍາຫຼັກແຫຼ່ງທີ່ມີຄວາມຮູ້ຄວາມສາມາດ ແລະພະນັກງານວິຊາການລົງຮາກຖານເພື່ອນໍາພາປະຊາ ຊົນຈັດຕັ້ງປະຕິບັດວຽກງານຕ່າງໆທີ່ພັກ-ລັດຂັ້ນເທິງວາງອອກໃນແຕ່ລະໄລຍະໂດຍມາຮອດປະຈຸບັນທົ່ວເມືອງປະກອບມີ 47 ບ້ານ 8 ພັນກວ່າຄອບຄົວໃນນີ້ມີບ້ານພົ້ນທຸກ 47 ບ້ານ ແລະ ຄອບຄົວພົ້ນທຸກ 7,8 ພັນກວ່າຄອບຄົວ.

  ແນວໃດກໍຕາມສໍາລັບໃນປີ 2019 ນີ້ເມືອງຈະສຸມໃສ່ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງໂດຍຖືເອົາການສຶກສາອົບການເມືອງນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ, ພ້ອມດຽວກັນນັ້ນ ກໍຕ້ອງເພີ່ມທະວີການປະຕິບັດມາດຕະການຕໍ່ການປະຕິບັດໂຄງການລົງທຶນຂອງລັດ, ການເກັບລາຍຮັບເຂົ້າງົບປະມານ, ການດຶງດູດການລົງທຶນຂອງເອກະ ຊົນພາຍໃນ ແລະຕ່າງປະເທດໃຫ້ໄປຕາມເປົ້າໝາຍແຜນການທີ່ວາງໄວ້. ທັງນີ້ກໍເພື່ອນໍາເອົາທຶນດັ່ງກ່າວມາພັດທະນາເມືອງທ່າແຕງໃຫ້ນັບມື້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ທ່ານ ຄຳໄພ ສິມມາວັດ ກ່າວ.