ປະໂຫຍດຈາກການກິນໝາກແຕງ

   ໝາກແຕງ ນັບວ່າເປັນສະໝຸນໄພຊັ້ນດີຊະນິດໜຶ່ງເລີຍກໍວ່າໄດ້ເນື່ອງຈາກໝາກແຕງ ປະກອບ ດ້ວຍວິຕາມິນ ແລະກາກໄຍອາຫານຫຼາຍຊະນິດທີ່ມີ         ປະໂຫຍດຫຼວງຫຼາຍຕໍ່ຮ່າງກາຍ, ນອກນັ້ນໝາກແຕງ ຍັງຄວບຄຸມນໍ້າໜັກນໍາອີກ.

ເມື່ອເຫັນສັບພະຄຸນຂອງໝາກແຕງແບບນີ້ແລ້ວຫຼາຍຄົນຄົງຢາກຮູ້ແລ້ວແມ່ນບໍ່ວ່າການຮັບປະທານ ໝາກແຕງນັ້ນຈະໃຫ້ຜົນແນວໃດແດ່?

ຊ່ວຍຫຼຸດອາການຮ້ອນໃນ, ຊ່ວຍຂັບສານພິດໃນ ຮ່າງກາຍ, ຊ່ວຍລະລາຍໜິ້ວໃນໝາກໄຂ່ຫຼັງ, ເຮັດໃຫ້ລະບົບພູມຄຸ້ມກັນແຂງແຮງທັງມີວິຕາມິນຕ່າງໆ     ທີ່ຊ່ວຍໃຜ້ຜິວພັນເປັ່ງປັ່ງ, ມີສານໂພແທສຊຽມສູງແລະແມັກນີຊຽມ, ໂປຣຕາສຊຽມທີ່ຊ່ວຍໃນການເຜົາ ຜານ ແລະຫຼຸດນໍ້າໜັກມີກາກໄຍທີ່ຊ່ວຍບໍ່ເຮັດໃຫ້ທ້ອງ ອືດ, ຫຼຸດການອັກເສບ, ຫຼຸດຄວາມສ່ຽງການເປັນມະ ເຮັງຮັງໄຂ່, ມະເຮັງເຕົ້ານົມ ແລະມະເຮັງຕ່ອມລູກ ໝາກ, ຫຼຸດໄຂມັນ ແລະຄວບຄຸມຄວາມດັນເລືອດໃຫ້ເປັນປົກກະຕິ.

 

--------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ