ຫວຽດນາມໂດດເດັ່ນດ້ານການຄ້າໂລກ

  ຕາມການລາຍງານຫຼ້າສຸດຂອງທະນາຄານສະແຕນດາດຊາ ເຕີລະບຸວ່າ ສສ ຫວຽດນາມຖືກ ຈັດໃຫ້ເປັນໜຶ່ງໃນປະເທດທີ່ໂດດ ເດັ່ນດ້ານການຄ້າໂລກ ໂດຍຢູ່ອັນດັບທີ 6 ຈາກ 20 ອັນດັບທຳອິດທີ່ມີສັກກະຍະພາບສູງສຸດສຳລັບການເຕີບໂຕທາງການຄ້າໃນອະນາຄົດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ຈາກການຈັດອັດດັບດັດ ຊະນີ Trade20 ຊຶ່ງມີການສຳ ຫຼວດທັງໝົດ 66 ປະເທດ ຫວຽດ ນາມ ຍັງມີສັກກະຍະພາບສູງສຸດ ໃນບັນດາສະມາຊິກກຸ່ມປະເທດອາຊຽນອີກດ້ວຍ, ສະແຕນດາດຊາ ເຕີລະບຸວ່າ ຫວຽດນາມສະແດງ ໃຫ້ເຫັນເຖິງຄວາມກ້າວໜ້າທີ່ເຂັ້ມ ແຂງທີ່ສຸດໃນດ້ານສັກກະຍະພາບໃນການເຕີບໂຕຂອງການຄ້າໃນ ຕະຫຼາດອາຊຽນ ໂດຍໄດ້ແຮງ ຊຸກຍູ້ຈາກການປັບປຸງພັດທະນາ ຄວາມພ້ອມ ແລະຜົນວັດທາງເສດຖະກິດ, ຊຶ່ງຄວາມເຂັ້ມແຂງໃນ ການປັບປຸງຄວາມພ້ອມຂອງຕະຫຼາດເຮັດໃຫ້ມີໂຄງການໂຄງສ້າງ ພື້ນຖານ ແລະໄດ້ຄະແນນຫຼາຍ ຂຶ້ນຈາກການປັບປຸງຄວາມຍາກ ງ່າຍໃນການເຮັດທຸລະກິດຂະນະທີ່ຜົນວັດທາງເສດຖະກິດໄດ້ອາ ນິສົງຈາກການເຕີບໂຕຢ່າງມີສະ ຖຽນລະພາບ ໂດຍສະເພາະໃນດ້ານງົບປະມານການສົ່ງອອກ, ການປະຕິຮູບເສດຖະກິດ ແລະ ການເມືອງໃນຫຼາຍທົດສະວັດທີ່ ຜ່ານມາຊຸກຍູ້ການເຕີບໂຕທາງ ເສດຖະກິດຂອງຫວຽດນາມ ນອກ ຈາກນີ້ ຍັງໄດ້ແຮງຂັບເຄື່ອນຈາກ ດີມານໃນປະເທດທີ່ເຂັ້ມແຂງ ແລະ ຄວາມສຳເລັດຂອງການສົ່ງອອກ ທີ່ມີການຜະລິດເປັນຕົວນໍາ, ຕະ ຫຼາດມີພື້ນຖານທີ່ເຂັ້ມແຂງ, ລັດ ຖະບານຫວຽດນາມຖືກສ້າງຂຶ້ນ ມາຈາກປັດໄຈພື້ນຖານເຫຼົ່ານີ້ ໂດຍ ມຸ່ງເນັ້ນທີ່ການປະຕິຮູບເສດຖະ ກິດ ແລະຫຼຸດຜ່ອນລະບຽບຂໍ້ບັງ ຂັບລົງ, ລົງທຶນດ້ານມະນຸດ ແລະ ໂຄງສ້າງພື້ນຖານ ແລະເປີດເສລີ ການຄ້າ.

ລາຍງານຍັງລະບຸຕື່ມວ່າ ການ ເຕີບໂຕຂອງຫວຽດນາມມີທ່າອຽງ ຈະຂັບເຄື່ອນຢ່າງຕໍ່ເນື່ອງດ້ວຍ ເອຟດີໄອ ທີ່ນໍາໂດຍການຜະລິດ ແລະການສົ່ງອອກຈຳນວນນັກ ທ່ອງທ່ຽວທີ່ເພີ່ມຂຶ້ນ ແລະຄວາມຕ້ອງການໃນປະເທດທີ່ເຂັ້ມແຂງຊຶ່ງໄດ້ແຮງຊຸກຍູ້ຈາກຄ່າຈ້າງສູງຂຶ້ນມີທ່າອຽງຈະເຮັດໃຫ້ການເຕີບໂຕຮັກສາຄວາມເຂັ້ມແຂງໄວ້ໄດ້, ທ່າມກາງຂໍ້ຜິດພາດທາງການ ຄ້າລະຫວ່າງອາເມລິກາກັບຈີນ ທີ່ຍັງດຳເນີນຢູ່ຫວຽດນາມອາດໄດ້ປະໂຫຍດຖ້າຫາກສາມາດດຶງດູດຄວາມຕ້ອງການໃຫ້ມາທີ່ ຫວຽດນາມໄດ້ເນື່ອງຈາກຊັບພາຍ ເອີຖອນຕົວຍ້າຍມາຈາກຈີນ.

------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ