ເກີດແຜ່ນດິນໄຫວໃນຟີລິບປິນມີຜູ້ເສຍຊີວິດ 3 ຄົນ

 ທາງຟິລິບປິນແຈ້ງວ່າເກີດ ເຫດແຜ່ນດິນໄຫວຂະໜາດ 6,4 ລິກເຕີ ທາງຕອນໃຕ້ຂອງປະເທດ ໃນຕອນກາງຄືນຂອງວັນທີ 17 ຕຸລາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍ ຊີວິດແລ້ວ 3 ຄົນ ແລະໄດ້ຮັບບາດ ເຈັບ 27 ຄົນ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ເກີດເຫດແຜ່ນດິນໄຫວ ດ້ວຍຄວາມຮຸນແຮງຂະໜາດ 6,4 ລິກເຕີ, ມີຄວາມເລິກລະດັບ 14 ກິ ໂລແມັດ, ຕາມມາດ້ວຍແຮງສັ່ນ ສະເທືອນຕາມມາ (ອາຟເຕີຊ໋ອກ) ອີກຢ່າງໜ້ອຍ 2 ຄັ້ງ ທາງພາກ ໃຕ້ຂອງຟີລິບປິນເຮັດໃຫ້ມີຜູ້ເສຍ ຊີວິດຢ່າງໜ້ອຍ 3 ຄົນ ແລະບາດ ເຈັບ 27 ຄົນ, ພ້ອມທັງມີໄຟຟ້າ ດັບຫຼາຍຈຸດ ລວມທັງໄຟໄໝ້ຮ້ານຊັບພະສິນຄ້າໃນພື້ນທີ່ອີກດ້ວຍ ຂະນະທີ່ປະຊາຊົນອາໄສຢູ່ໃກ້ຝັ່ງ ພາກັນຍົກຍ້າຍໄປຢູ່ເຂດປອດໄພຄາດວ່າຈະເກີດຄື້ນສືນາມິຂຶ້ນກ່ອນທີ່ທາງການຈະອອກມາຢືນຢັນວ່າ ບໍ່ມີປະກາດເຕືອນໄພສືນາມິໃນ ພື້ນທີ່ດັ່ງກ່າວ.

ສຳນັກສຳຫຼວດທໍລະນີວິທະຍາອາເມລິກາແຈ້ງວ່າ ເກີດເຫດ ແຜ່ນດິນໄຫວຂຶ້ນໃນເວລາ 19:37 ນາທີຂອງວັນທີ 17 ຕຸລາທີ່ຜ່ານ ມາມີຈຸດສູນກາງເລິກ 14 ກິໂລ ແມັດ ຮູ້ສຶກໄດ້ເຖິງແຮງສັ່ນສະເທືອນຢ່າງຮຸນແຮງຈົນຜູ້ຄົນພາກັນແລ່ນອອກອາຄານ.

------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ