ຊິມບໍາເວປະເຊີນກັບເງິນເຟີ້ຮຸນແຮງ

  ຊິມບໍາເວ ກຳລັງປະເຊີນ ກັບບັນຫາເງິນເຟີ້ຂັ້ນຮຸນແຮງ ມູນຄ່າຂອງເງິນເດືອນຕໍ່າລົງປະ ມານ 90% ຂະນະທີ່ສິນຄ້າແພງ ຂຶ້ນສະມາຊິກສະຫະພາບປະມານ 230.000 ຄົນ ບໍ່ມີເງິນເດີນທາງ ໄປເຮັດວຽກ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ສະພາເອເປັກເປີດເຜີຍ ວ່າ ສະມາຊິກຂອງກຸ່ມສະຫະພາບ ທັງໝົດ 230.000 ຄົນ ຊຶ່ງນອກເໜືອໄປຈາກເຈົ້າໜ້າທີ່ຄວາມໝັ້ນ ຄົງ ແລະສາທາລະນະສຸກບໍ່ສາ ມາດເດີນທາງໄປເຮັດວຽກໄດ້ ອີກແລ້ວ, ທາງບລູມເບີກລາຍ ງານວ່າ ຄ່າເງິນຂອງຊິມບໍາເວ ຫຼຸດລົງຫຼາຍລັດຖະການທີ່ໄດ້ເງິນ ເດືອນສະເລ່ຍເດືອນລະ 500 ໂດລາສະຫະລັດ ຕອນນີ້ເຫຼືອພຽງ 40 ໂດລາ ຕາມອັດຕາແລກປ່ຽນ ປະຈຸບັນ, ປະຈຸບັນລັດຖະການບາງ ສ່ວນຕ້ອງກູ້ຢືມເງິນເພື່ອເປັນຄ່າເດີນທາງໄປເຮັດວຽກ, ທາງກຸ່ມສະຫະພາບຮຽກຮ້ອງໃຫ້ມີການ ຈ່າຍຄ່າຈ້າງລັດຖະກອນໂດຍອີງ ກັບດັດຊະນີຄ່າເງິນໂດລາ ໂດຍ ຕ້ອງການໃຫ້ພະນັກງານລັດທີ່ໄດ້້ຮັບຄ່າຈ້າງຕໍ່າສຸດຢູ່ທີ່  1.023 ຊິມບໍາເວໂດລາຕໍ່ເດືອນ ຫຼື ທຽບ ເທົ່າກັບ 67 ໂດລາຕໍ່ເດືອນ ໃນປະຈຸບັນຕ້ອງໄດ້ຮັບເງິນເດືອນ ທຽບເທົ່າກັບ 475 ໂດລາ.

ລາຄາສິນຄ້າຕາມຮ້ານຄ້າ ເຊັ່ນ: ນໍ້າຕານ, ນໍ້າມັນພືດ ແລະ ແປ້ງສາລີນັ້ນມີການຂຶ້ນລາຄາ ຢ່າງໜ້ອຍອາທິດລະເທື່ອເນື່ອງ ຈາກການອ່ອນຄ່າລົງຂອງສະກຸນ ເງິນໃນປະເທດໃນຂະນະທີ່ເດືອນກັນຍາພຽງເດືອນດຽວສິນຄ້າມີ ລາຄາສູງຂຶ້ນເຖິງ 17,7% ຈາກ ເດືອນກ່ອນໜ້ານີ້ ແລະເຖິງແມ່ນ ວ່າ ລັດຖະບານຈະຍັງບໍ່ມີການ ເຜີຍແຜ່ຂໍ້ມູນປຽບທຽບຕໍ່ປີແຕ່ ທາງບລູມເບີກລະບຸວ່າ ອັດຕາເງິນ ເຟີ້ຢູ່ລະຫວ່າງ 230-570% ຈາກປີທີ່ຜ່ານມາ.

-----------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ