9 ເດືອນ ເມືອງທ່າແຕງ ຈັດເກັບລາຍຮັບໄດ້ເກືອບ 3 ຕື້ກີບ

  ໃນໄລຍະ 9 ເດືອນຂອງປີ 2019  ເມືອງທ່າແຕງ ແຂວງເຊກອງ ຈັດເກັບລາຍຮັບເຂົ້າງົບປະມານໄດ້ພຽງ 2,9 ຕື້ກີບ ເທົ່າກັບ 75% ຂອງແຜນການປີ, ເມື່ອທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນຫຼຸດລົງ.

  ທ່ານ ສຸວັນ ສ້ອຍທະວົງສາ ຫົວໜ້າຫ້ອງການ-ການເງິນເມືອງທ່າແຕງລາຍງານຕໍ່ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ ແລະວາງແຜນ ຈັດເກັບລາຍຮັບ 3 ເດືອນທ້າຍປີ 2019 ໃນວັນທີ 16 ຕຸລາຜ່ານມາ ວ່າ: ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ ຕາມແຜນ ຫຼືລື່ນແຜນການທີ່ກຳນົດ ໄວ້ຕາມຕົວເລກທີ່ແບ່ງປັນໃຫ້ທ່ວງ ທັນກັບເວລາ,ຖືກຕ້ອງ-ໂປ່ງໃສ ແລະສາມາດກວດສອບໄດ້ນັ້ນແມ່ນເງື່ອນໄຂອັນຈຳເປັນພາວະວິໄສໃຫ້ແກ່ການກະຕຸກຊຸກຍູ້ບັນດາຫົວໜ່ວຍງົບປະມານທີ່ມີລາຍຮັບ, ຄ່າທຳນຽມ ແລະຄ່າບໍລິການ, ຜູ້ປະກອບການໃນການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ.

  ທ່ານຫົວໜ້າຫ້ອງການ-ການເງິນເມືອງທ່າແຕງກ່າວຕື່ມວ່າ: ມາຮອດປະຈຸບັນການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 2,9 ຕື້ກີບລາຍຮັບສ່ວນໃຫ່ຍແມ່ນໄດ້ຈາກສ່ວຍສາອາກອນ 2,3 ຕື້ກີບ ແລະຊັບສິນຂອງລັດປະຕິບັດໄດ້ 594 ລ້ານກ່ວາກີບ, ໃນຂະນະທີ່ລາຍຮັບຈາກການດຸນດ່ຽງຂອງແຂວງຈຳນວນ 27,5 ຕື້ກີບ, ໂດຍປະຕິບັດລາຍຈ່າຍເງິນເດືອນ, ເງິນອຸດໜູນ, ເງິນບໍລິຫານ, ເງິນດັດສົມ, ເງິນແຮ ແລະເງິນລົງທຶນທັງໝົດ 30,4 ຕື້ກີບ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ແຕ່ເຖິງຢ່າງໃດກໍດີ ສຳລັບ 3 ເດືອນທ້າຍປີ 2019 ບັນດາຂະແໜງການທີ່ກ່ຽວຂ້ອງພ້ອມຢືນຢັນຈະຊອກທຸກວິທີທາງເພື່ອຈັດເກັບລາຍຮັບວິຊາການເຂົ້າງົບປະມານແຫ່ງລັດໃຫ້ບັນລຸຕາມແຜນການທີ່ວາງໄວ້ໂດຍຈະເປັນເຈົ້າປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນຢ່າງເຕັມປ່ຽມພ້ອມທັງຈັດເກັບລາຍຮັບແຕ່ຫົວທີ ແລະ ມີຄວາມຮັບຜິດຊອບສູງຕໍ່ລະບຽບຫຼັກການ-ການເງິນເພື່ອຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມາໃຫ້ຫຼາຍຂຶ້ນ.

  ສະໜັບສະໜຸນໂດຍ: HONDA

_____________

ຂຽນໂດຍພອນ ບຸນອຸທິດ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444