ນໍ້າໝາກສີດາ ມີສັບພະຄຸນຫຼາຍຢ່າງ ໃນການຕ້ານພະຍາດ

 ໝາກສີດາເປັນ ໝາກໄມ້ທີ່ອຸດົມໄປດ້ວຍວິຕາ ມິນ ແລະແຮ່ທາດຫຼາຍຊະນິດມີວິຕາມິນຊີ ສູງທີ່ສຸດ 165 ກຣາມຈະໃຫ້ວິຕາມິນຊີເຖິງ 377 ມິລິກຣາມ ຫຼາຍກວ່າໝາກກ້ຽງເຖິງ 5 ເທົ່າ ໝາກສີດາຊ່ວຍບຳລຸງຜິວພັນໃຫ້ເປັ່ງປັ່ງ, ກະຈ່າງໃສ, ຫຼຸດຮອຍແຮ່ວ ຍານ, ຄວບຄຸມເບົາຫວານ, ຮັກສາການເຕັ້ນຂອງຫົວ ໃຈໃຫ້ເປັນປົກກະຕິ, ຫຼຸດຄວາມຕຸ້ຍ, ບຳລຸງເຟັນແຂ້ວ ແລະແຂ້ວໃຫ້ແຂງແຮງ, ຫຼຸດໄຂມັນໃນເລືອດ ແລະ ປ້ອງກັນການກໍອະນຸມູນອິດສະຫຼະ.

* ສ່ວນປະກອບ:

  • ໝາກສີດາສຸກ 10 ໜ່ວຍ.
  • ນໍ້າເຜິ້ງຖ້ວຍນ້ອຍ.
  • ເກືອ 2 ບ່ວງກາເຟ.
  • ນໍ້າຕົ້ມສຸກ 4 ຖ້ວຍນ້ອຍ.

ວິທີເຮັດ: ນໍາໝາກສີດາໄປລ້າງນໍ້າໃຫ້ສະອາດ ຊ່ອຍເປັນຕ່ອນນ້ອຍໆ 2 ຖ້ວຍກາງ ໃສ່ນໍ້າຕົ້ມສຸກ 2 ຈອກຕໍ່ໝາກສີດາ 1 ຖ້ວຍນໍາໄປປັ່ນໃຫ້ລະອຽດແລ້ວ ໃຊ້ຜ້າຂາວຕອງເອົາແຕ່ນໍ້າຕື່ມນໍ້າເຜິ້ງ ແລະເກືອລົງ ໄປຈາກນັ້ນກໍນໍາມາໃສແກ້ວ ຫຼື ຕຸກນໍາໄປແຊ່ຕູ້ເຢັນເກັບໄວ້ເວລາດື່ມຈະໄດ້ສົດຊື່ນ.

---------------------------------------

ພາບ ລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ