ເລດີ້ກາກ້າ ປະສົບອຸບັດເຫດຕົກເວທີຄອນເສີດ

 ເລດີ້ກາກ້າ ນັກຮ້ອງເພງ ປ໊ອບສາວຊື່ດັງຄົນອາເມລິກາປະ ສົບອຸບັດເຫດຕົກເວທີພ້ອມກັບແຟນ ເພງຄົນໜຶ່ງລະຫວ່າງການສະແດງ ຄອນເສີດໃນລາສະເວກັສ ລັດເນ ວາດາຂອງອາເມລິກາໃນວັນທີ 19 ຕຸລາ ທີ່ຜ່ານມາ.

ໂດຍອຸບັດເຫດຄັ້ງນີ້ເກີດຂຶ້ນຫຼັງ ຈາກນັກຮ້ອງສາວເຈົ້າຂອງເພງ ແຊລໂລ ແລະແບດ ໂຣມານ ໂດດ ຂຶ້ນຂີ່ແອວແຟນເພງ ແລະທັງສອງ ກໍເສຍຫຼັກຕົກລົງເວທີໄປທ່າມກາງ ສາຍຕາຂອງແຟນເພງທີ່ເຂົ້າມາຊົມ ຄອນເສີດຈຳນວນຫຼາຍ, ຊຶ່ງໄດ້ມີການແຊຣຄລິບວີດີໂອຜ່ານທາງໂຊ ຊຽວມິເດຍ ຈາກງານຄອນເສີດ ທີ່ເລດີ້ກາກ້າຕົກເວທີຈາກນັ້ນລາວ ກໍເວົ້າພ້ອມທັງຕະລົກວ່າລາວບໍ່ ໄດ້ຮັບບາດເຈັບແຕ່ຢ່າງໃດທັງສອງກັບຂຶ້ນເວທີພ້ອມກັບສຽງເຊຍ ຂອງແຟນເພງດັງສະນັ່ນນັກຮ້ອງ ສາວກ່າວຕື່ມວ່າພວກເຮົາຕົກເວ ທີໃນອ້ອມກອດຂອງກັນ ແລະກັນ ຈຶ່ງບໍ່ຕ່າງຈາກໂຣສ ແລະແຈ໊ກ ຈາກຮູບເງົາເລື່ອງໄທທານິກ.

-------------------------------------

ພາບ ລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ