9 ເດືອນ ເມືອງປາກລາຍ ເກັບລາຍຮັບໄດ້ 10,24 ຕື້ກີບ

  ການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງປາກລາຍ ແຂວງໄຊຍະບູລີ ໃນປີນີ້ຖືວ່າມີຄວາມຄືບໜ້າເທົ່າທີ່ຄວນຈາກຕົວເລກແຜນການປີທີ່ແຂວງມອບໃຫ້ 12,61 ຕື້ກີບ ມາຮອດປະຈຸບັນສາມາດປະຕິບັດໄດ້ 10,24 ຕື້ກີບເທົ່າກັບ 81,20% ຂອງແຜນການປີ ແລະຄາດຄະເນໝົດປີຈະບັນລຸໄດ້ຕາມແຜນການທີ່ແຂວງກໍານົດໃຫ້.

  ທ່ານ ບຸນໝັ້ນ ເສີມມາ ຫົວໜ້າຫ້ອງການການເງິນເມືອງປາກລາຍໃຫ້ຮູ້ວ່າ: ໃນປີ 2019 ນີ້ ເມືອງປາກລາຍໄດ້ຮັບຕົວເລກແຜນການຈັດເກັບລາຍຮັບຈາກແຂວງໄຊຍະບູລີ ທັງໝົດ 12,61 ຕື້ກີບ ໃນນັ້ນລາຍຮັບສ່ວຍສາອາ ກອນ 12,13 ຕື້ກີບ ແລະລາຍຮັບ ຊັບສິນຂອງລັດ 477,50 ລ້ານ ກີບ, ຊຶ່ງລາຍຮັບດັ່ງກ່າວໄດ້ແບ່ງ ອອກເປັນຂັ້ນຄຸ້ມຄອງຄື: ຂັ້ນ ເມືອງຄຸ້ມຄອງ 7,25 ຕື້ກີບ, ຂະ ແໜງການຄຸ້ມຄອງ 2,27 ຕື້ກີບ ແລະຂັ້ນບ້ານຄຸ້ມຄອງ 3,09 ຕື້ ກີບ, ຜ່ານການຈັດຕັ້ງປະຕິບັດ ຕົວຈິງໃນໄລຍະ 9 ເດືອນຜ່ານມາເຫັນວ່າຫ້ອງການການເງິນເມືອງປາກລາຍ ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 10,24 ຕື້ກີບ ເທົ່າກັບ 81,20% ໃນນີ້ລາຍຮັບສ່ວຍສາອາກອນປະຕິບັດໄດ້ 10,06 ຕື້ກີບ ເທົ່າກັບ82,88% ແລະ ລາຍຮັບຊັບສິນຂອງລັດ 184,12 ລ້ານກີບ ເທົ່າກັບ 38,53% ຂອງແຜນກາ ນປີ; ສ່ວນລາຍຮັບດຸ່ນດ່ຽງຈາກແຂວງແຜນການ5,53 ຕື້ກີບ ມາຮອດປະຈຸບັນປະຕິບັດໄດ້ 3,46 ຕື້ກີບ ເທົ່າກັບ 62,53% ຂອງແຜນການປີ.

   ສະເພາະດ້ານລາຍຈ່າຍໃນປີ 2019 ນີ້ ເມືອງປາກລາຍໄດ້ຮັບແຜນການຈ່າຍທັງໝົດ 18,15 ຕື້ກີບ ຊຶ່ງໃນ 9 ເດືອນສາມາດປະຕິບັດໄດ້11,73 ຕື້ກີບ ເທົ່າກັບ 64,62% ຂອງແຜນການປີໃນນີ້ຈ່າຍເງິນເດືອນ 6,15 ຕື້ກີບ ເທົ່າກັບ 68,46%, ເງິນນະໂຍບາຍ 1,89 ຕື້ກີບ ເທົ່າກັບ55,50%, ເງິນບໍລິຫານ 2 ຕື້ກວ່າກີບ ເທົ່າກັບ 56,07%, ເງິນດັດສົມ-ສົ່ງເສີມ 885,92 ລ້ານກີບ ເທົ່າກັບ 74%, ເງິນລົງທຶນຂອງລັດ 779,88 ລ້ານກີບ ເທົ່າກັບ 81,42%.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

  ສ່ວນທິດທາງແຜນການ 3 ເດືອນທ້າຍປີ,ຫ້ອງການການເງິນເມືອງປາກລາຍຈະສຸມໃສ່ວຽກງານສຶກສາອົບຮົມແນວຄິດໃຫ້ແກ່ພະນັກງານ,ແບ່ງວຽກແບ່ງຄວາມຮັບ ຜິດຊອບໃນການຊີ້ນໍາຕິດຕາມກວດກາ ແລະ ປະຕິບັດຕົວຈິງຂອງວິຊາການປະເມີນຜົນການຊຸກຍູ້ລາຍຮັບຕາມການແບ່ງຂັ້ນຄຸ້ມຄອງເປັນຕົ້ນແມ່ນລາຍຮັບທີ່ເມືອງຄຸ້ມຄອງຈັດເກັບ, ບ້ານ ແລະຫ້ອງການທີ່ມີລາຍຮັບ, ພ້ອມທັງກວດຄືນບັນດາຫ້າງຮ້ານ, ຜູ້ປະກອບການທີ່ຍັງຄ້າງພັນທະອາກອນ ແລະພາສີທີ່ດິນຕ້ອງໄດ້ເສຍພັນທະຕາມລະບຽບການ, ມີມາດຕະການຕໍ່ຜູ້ລະເມີດ, ກວດກາຖານລາຍຮັບທີ່ມີ ແລະເກີດຂຶ້ນໃໝ່ພາຍໃນເມືອງ, ວາງກົນໄກຄຸ້ມຄອງໃຫ້ຖືກຕ້ອງສອດຄ່ອງກັບລະບຽບກົດ ໝາຍ, ສູ້ຊົນປະ ຕິບັດລາຍຮັບໝົດປີໃຫ້ໄດ້ 100%, ສ່ວນລາຍຈ່າຍຈະສູ້ຊົນໃຫ້ຢູ່ໃນລະດັບທີ່ແຂວງກໍານົດໄວ້.

ສະໜັບສະໜຸນໂດຍ: HONDA

____________

ຂຽນໂດຍກິ່ງລັດຕະນະ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444