ແຄວນຕັສທົດລອງທ້ຽວບິນ, ບິນໄກທີ່ສຸດໃນໂລກ

  ແຄວນຕັສ ສາຍການບິນ ແຫ່ງຊາດອົດສະຕຣາລີ ສຳເລັດໃນການທົດລອງຖ້ຽວບິນໂດຍສານທາງການຄ້າແບບບິນບາດດຽວໃນໄລຍະທາງໄກທີ່ສຸດໃນໂລກຈາກນີວຢອກເຖິງຊິດນີດ້ວຍເວລາເກືອບ 20 ຊົ່ວໂມງ.

  ຕາມຂ່າວຕ່າງປະເທດລາຍງານວ່າເຮືອບິນໂບອິ້ງ 787-9 ຂອງແຄວນຕັສ ຊຶ່ງມີຜູ້ໂດຍສານ ແລະພະນັກງານລວມທັງໝົດ 49 ຄົນ ໃຊ້ເວລາຢູ່ໃນເຮືອບິນດົນເຖິງ 19 ຊົ່ວໂມງ 16 ນາທີ ສຳລັບການບິນຈາກນະຄອນນີວຢອກຂອງອາເມລິກາໄປຍັງເມືອງຊິດນີໃນລັດນີວເຊົາເວລທາງຕາເວັນອອກສຽງໃຕ້ຂອງອົດສະຕຣາລີລວມໄລຍະ ທາງ 16.200 ກິໂລແມັດ, ຊຶ່ງເດືອນໜ້າແຄວນຕັສມີແຜນທົດລອງຖ້ຽວບິນໂດຍກົງຈາກນະຄອນຫຼວງລອນດອນຂອງອັງກິດໄປຍັງຊິດນີ, ຄາດຄະເນວ່າຄະນະຜູ້ບໍ ລິຫານຂອງແຄວນຕັສຈະຕັດສິນໃຈເປີດໃຫ້ບໍລິການຖ້ຽວບິນໂດຍກົງຊິດນີ-ອາເມລິກາພາຍໃນທ້າຍປີນີ້ຊຶ່ງຖ້າຫາກກອງປະຊຸມເຫັນດີຈະເລີ່ມບິນໃຫ້ບໍລິການໃນປີ 2022-2023.

  ສະຖິຕິຖ້ຽວບິນໂດຍກົງໄກທີ່ສຸດໃນໂລກກ່ອນໜ້ານີ້ເປັນຂອງສາຍການບິນສິງກະໂປແອລາຍຈາກສິງກະໂປຍັງນີວຢອກດ້ວຍໄລຍະທາງ 15.344 ກິໂລແມັດ ໃຊ້ເວລາ 18 ຊົ່ວໂມງ 25 ນາທີ່ ໃນປີທີ່ຜ່ານມາ.

___________

ໜັງສືພິມເສດຖະກິດ-ສັງຄົມ