ເລື່ອງ Maleficent 2 ສ້າງລາຍໄດ້ ເປີດໂຕພຽງ 36 ລ້ານໂດລາ

  ຮູບເງົາເລື່ອງ Male ficent: Mistress of Evil ສ້າງ ລາຍໄດ້ເປີດໂຕໃນອາເມລິກາ 36 ລ້ານໂດລາສະຫະລັດ ຕໍ່າກວ່າ ຫຼາຍຝ່າຍທີ່ຄາດຄະເນ ແລະຕໍ່າ ກວ່າລາຍໄດ້ເປີດໂຕຂອງຮູບເງົາ ພາກທຳອິດຫຼາຍທີ່ສ້າງລາຍໄດ້ ໃນ 3 ວັນທຳອິດສູງເຖິງ 63 ລ້ານໂດລາ ໂດຍຮູບເງົາເລື່ອງ Maleficent ພາກ 2 ໃຊ້ທຶນສ້າງ ສູງເຖິງ 185 ລ້ານໂດລາ ແລະ ຕ້ອງສ້າງລາຍໄດ້ລະດັບ 800- 600 ລ້ານໂດລາ ຈຶ່ງຈະຖືວ່າບໍ່ ຂາດທຶນຂະນະນີ້ຮູບເງົາເລື່ອງດັ່ງ ກ່າວສ້າງລາຍໄດ້ທົ່ວໂລກລວມ ທັງໝົດ 153 ລ້ານໂດລາ.

ເລື່ອງ Zombieland 2: Double Tap ເປັນຮູບເງົາອີກ ເລື່ອງທີ່ເຂົ້າສາຍໃນອາທິດທີ່ຜ່ານ ມາ ໂດຍຮູບເງົາຊອມບີສາຍຮາ ສ້າງລາຍໄດ້ຢ່າງບໍ່ໜ້າເຊື່ອໃນປີ 2009 ແລະໃຊ້ເວລາເຖິງ 10 ກວ່າປີຈະມີພາກຕໍ່ອອກມາໃຫ້ຊົມ ກັນ ຊຶ່ງຮູບເງົາສ້າງລາຍໄດ້ເປີດ ໂຕພຽງ 26 ລ້ານໂດລາ ຫຼາຍກວ່າ ຮູບເງົາພາກກ່ອນພຽງ 2 ລ້ານໂດ ລາເທົ່ານັ້ນ, ໂດຍຮູບເງົາອີກເລື່ອງ ທີ່ຍັງໂດງດັງກໍຄືເລື່ອງ Joker ທີ່ ສ້າງລາຍໄດ້ໃນອາເມລິກາໄປ ແລ້ວ 247 ລ້ານໂດລາ ລວມລາຍ ໄດ້ທົ່ວໂລກສູງເຖິງ 737 ລ້ານ ໂດລາ ກາຍເປັນຮູບເງົາ DC ທີ່ ສ້າງລາຍໄດ້ສູງສຸດອັນດັບ 7 ແລະ ເອົາຊະນະຮູບເງົາລວມຊູບເປີຮີໂຣ່ ເລື່ອງ Justice Leagueໄດ້.

---------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ