ບໍລິສັດເຢຍລະມັນທົດລອງແທັກຊີບິນໄດ້

  ແທັກຊີບິນໄດ້ລຸ້ນຕົ້ນແບບຂອງບໍລິສັດ ລິລຽມໃນເຢຍລະມັນ ປະສົບຄວາມສຳເລັດໃນການທົດ ລອງບິນດ້ວຍຄວາມໄວເກີນກວ່າ 100 ກິໂລແມັດຕໍ່ຊົ່ວໂມງ ເຮັດ ໃຫ້ບໍລິສັດຊຶ່ງຕັ້ງຢູ່ເມືອງມິວນິກ ມີຄວາມໝັ້ນໃຈທີ່ຈະຂະຫຍາຍ ການຜະລິດ ເພື່ອນໍາອອກວາງ ຂາຍໃນທ້ອງຕະຫຼາດໃນປີ 2025.

ຕາມຂ່າວຕ່າງປະເທດລາຍ ງານວ່າ ລິລຽມ ເປັນໜຶ່ງໃນບໍລິສັດ ເຕັກໂນໂລຊີ ເຮັດໃຫ້ກຳລັງພັດທະນາອາກາດຍານພະລັງງານແບັດ ເຕີຣີ ສາມາດບິນຂຶ້ນໃນແນວຕັ້ງ ແທັກຊີອາກາດທີ່ກຳລັງພັດທະນາ ຈະເນັ້ນໃຫ້ບໍລິການຜູ້ໂດຍສານ ເຮືອບິນ ເນື່ອງຈາກການເຈລະຈາ ຕິດຂັດຕາມທ້ອງຖະໜົນ ຫຼື ການ ເດີນທາງຈາກສະໜາມບິນເຂົ້າສູ່ໂຮງແຮມທີ່ພັກໃຈກາງເມືອງ, ການບິນທົດລອງຂອງບໍລິສັດລິ ລຽມມີຂຶ້ນ 6 ເດືອນຫຼັງຈາກແທັກ ຊີອາກາດຂະໜາດ 5 ບ່ອນນັ່ງ ຂອງບໍລິສັດທົດລອງເໜືອສະໜາມ ບິນມິວນິກ ແລະການບິນທົດລອງ ຂະນະນີ້ ເປັນແບບບັງຄັບດ້ວຍສັນຍານວິທະຍຸໃນໄລຍະໄກກ່ອນຈະ ໃຊ້ນັກບິນຄວບຄຸມໃນພາຍຫຼັງ ເພື່ອ ຂໍຮັບໃບອະນຸຍາດເລີ່ມບິນໃຫ້ບໍລິ ການທາງການຄ້າ.

ທ່ານ ແດນຽລ ວິແກນປະ ທານບໍລິສັດ ລິລຽມ ຊຶ່ງກໍ່ຕັ້ງບໍລິ ສັດ ໃນປີ 2015 ຮ່ວມກັບເພື່ອນ 3 ຄົນ ຈາກມະຫາວິທະຍາໄລເຕັກ ນິກມິວນິກເຜີຍວ່າ ແທັກຊີອາກາດ ເດີນທາງໄດ້ໄວກວ່າລົດ ແລະເຮ ລິກອບແຕ ແລະສາມາດກຳນົດ ເວລາການເດີນທາງໄດ້ລ່ວງໜ້າ ໂດຍບໍ່ຕ້ອງກັງວົນບັນຫາລົດຕິດຕາມທ້ອງຖະໜົນບໍລິສັດລິວເຢມ ຕັ້ງເປົ້າໝາຍທົດລອງໃຫ້ບິນໄດ້ ວ່ອງໄວເຖິງ 300 ກິໂລແມັດ ຕໍ່ຊົ່ວໂມງ.

--------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ