ຈຳນວນຊາວຈີນຜູ້ມີຄວາມມັ່ງຄັ່ງແຊງໜ້າ ອາເມລິກາ

   ບໍລິສັດ ເຄຣດິດສະວິດ (Credit Suisse) ເປີດເຜີຍລາຍ ງານການສຳຫຼວດຄວາມມັ່ງຄັ່ງ ໂລກປະຈຳປີ 2019 ວ່າຈຳນວນ ຜູ້ມີຄວາມມັ່ງຄັ່ງຂອງຈີນແຊງ ໜ້າອາເມລິກາເປັນເທື່ອທຳອິດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ຈຳນວນຜູ້ທີ່ມີຊັບສິນ ຫຼາຍທີ່ສຸດ 10% ຂອງໂລກນັ້ນ ມີຊາວຈີນທັງໝົດ 100 ລ້ານຄົນ ແຊງໜ້າອາເມລິກາທີ່ມີຈຳນວນ 99 ລ້ານຄົນ ເປັນເທື່ອທຳອິດ, ທ່ານ Nannette Hechler- Fayd’herbe ຫົວໜ້າແຜນການ ເສດຖະກິດ ແລະການວິໄຈຂອງ ບໍລິສັດ ເຄຣດິດ ສະວິດ ເປີດເຜີຍ ວ່າ ຄວາມມັ່ງຄັ່ງຂອງທັງສອງປະ ເທດມີຄວາມເຂັ້ມແຂງເຖິງແມ່ນ ວ່າມີຄວາມຕຶງຄຽດທາງການຄ້າ ລະຫວ່າງກັນມາດົນ 12 ເດືອນ, ໃນໄລຍະທີ່ຜ່ານມາໂລກມີເສດຖີ ໃໝ່ 1,1 ລ້ານຄົນ ໃນຈຳນວນນັ້ນ ເປັນເສດຖີອາເມລິກາ 675.000 ຄົນ ໃນຂະນະທີ່ອົດສະຕຣາລີ, ອັງ ກິດ ແລະຕວັກກີມີຈຳນວນເສດຖີ ຫຼຸດລົງ 124.000 ຄົນ, 27.000  ຄົນ ແລະ 24.000 ຄົນ ຕາມລໍາ ດັບ, ລາຍງານລະບຸວ່າ ບຸກຄົນ ທີ່ບັນລຸນິຕິພາວະແລ້ວ 55.920 ຄົນ ມີຊັບສິນຫຼາຍກວ່າ 100 ລ້ານໂດລາ.

ລາຍງານຄາດຄະເນວ່າຄວາມມັ່ງຄັ່ງໂລກຈະສູງຂຶ້ນ 27% ໃນປີ 2024 ແລະຄາດວ່າ ຈະມີຈຳນວນ ເສດຖີເພີ່ມຂຶ້ນອີກ 63 ລ້ານຄົນ.

------------------

 ໜັງສືພິມເສດຖະກິດ-ສັງຄົມ