ອິນໂດເນເຊຍ ວາງແຜນສ້າງທາງລົດໄຟເຊື່ອມຕໍ່ລາວ- ຫວຽດນາມ

ບໍລິສັດຮ່ວມລົງທຶນພັດທະນາທາງລົດໄຟອິນໂດເນເຊຍກຳ ລັງວາງແຜນທີ່ຈະສ້າງເສັ້ນທາງ ລົດໄຟເຊື່ອມຕໍ່ ສປປ ລາວ ແລະ ສສ ຫວຽດນາມ ມີຄວາມຍາວ 400 ກິໂລແມັດ ໃນມູນຄ່າການ ກໍ່ສ້າງປະມານເກືອບ 2 ຕື້ໂດລາ ສະຫະລັດ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ຂໍ້ຕົກລົງຄວາມຮ່ວມມື ໂຄງການເສັ້ນທາງລົດໄຟດັ່ງກ່າວ ລົງນາມໂດຍບໍລິສັດຮ່ວມລົງທຶນ ຂອງອິນໂດເນເຊຍ, ບໍລິສັດ HT Construction ຂອງຫວຽດ ນາມ ແລະບໍລິສັດ PetroTrade ຂອງລາວ, ຊຶ່ງໂຄງການມີກຳນົດ ເລີ່ມກໍ່ສ້າງໃນໄລຍະທ້າຍປີ 2021 ແລະຈະແລ້ວສຳເລັດໃນປີ 2024 ໂດຍບໍລິສັດ PT INKA ລັດວິ ສາຫະກິດລົດໄຟຂອງອິນໂດເນ ເຊຍວາງແຜນທີ່ຈະລົງທຶນ 639 ລ້ານໂດລາ ໃນໂຄງການນີ້, ຫົວໜ້າບໍລິສັດ PT INKA ກ່າວວ່າ ບໍລິສັດຍັງລໍຖ້າໃຫ້ບໍລິສັດ  Petro Trade ດຳເນີນການສຳຫຼວດ ພາກສະໜາມສຳເລັດ, ຂໍ້ສະເໜີ ຂອງໂຄງການວາງແຜນໃຫ້ລົດ ໄຟສາມາດແລ່ນດ້ວຍຄວາມໄວ ສູງຢູ່ທີ່ 90-120 ກິໂລແມັດຕໍ່ ຊົ່ວໂມງ ໃນເສັ້ນທາງທີ່ມີຄວາມ ຍາວ 400 ກິໂລແມັດເຊື່ອມຕໍ່ ເມືອງທ່າແຂກ ແຂວງຄຳມ່ວນ ຂອງລາວ ແລະທ່າເຮືອ ຫວຸງອາງ ໃນແຂວງຫ່າຕິ່ງທາງພາກກາງ ຂອງຫວຽດນາມ.

ເສັ້ນທາງລົດໄຟຫວຽດນາມ-ລາວນີ້ເປັນຄວາມຕໍ່ເນື່ອງໃນ ຄວາມມຸ່ງໝັ້ນຂອງລັດວິສາຫະກິດຜະລິດລົດໄຟຂອງອິນໂດເນ ເຊຍທີ່ຫວັງຈະຄອບຄອງຕະຫຼາດ ລົດໄຟໃນຕາເວັນອອກສຽງໃຕ້ ພາຍໃນປີ 2020.

------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ