ຄັ້ງທຳອິດໃນຮອບ 5 ປີ ຄິມແທຮີກຽມຮັບງານສະແດງ

  ນາງເອກຂວັນໃຈຄົນເດີມ ກຳລັງຈະຫວນຄືນກັບມາຮັບງານ ສະແດງຮູບເງົາອີກຄັ້ງແລ້ວຄິມ ແທຮີ ຕົກເປັນຂ່າວອາດຮັບບົດນໍາ ສະແດງໃນຊີຣີໂທລະພາບເລື່ອງ ໃໝ່ທາງຊ່ອງທີວີເອັນ ຊຶ່ງຈະຖື ເປັນການຫວນຄືນການສະແດງຄັ້ງ ທຳອິດຂອງລາວໃນຮອບເກືອບ 5 ປີເລີຍ.

ຕົວແທນຈາກ ສະຕໍຣີ່ ເຈ ຄຳ ພານີ (Story J Company)ບໍລິສັດຜູ້ເບິ່ງແຍງຜົນປະໂຫຍດຂອງ ດາລາສາວແມ່ລູກສອງອາຍຸ 39 ປີກ່າວວ່າມັນເລື່ອງຈິງທີ່ວ່າຄິມ ແທຮີ ໄດ້ຮັບຂໍ້ສະເໜີໃຫ້ມາສະແດງ ລະຄອນເລື່ອງໃໝ່ຂອງທີວີເອັນ ແຕ່ຍັງບໍ່ມີການຕັດສິນໃຈໃດໆໃນຕອນນີ້, ສຳລັບລະຄອນເລື່ອງໃໝ່ດັ່ງກ່າວນັ້ນຕັ້ງຊື່ເລື່ອງເບື້ອງຕົ້ນ ວ່າເຮລໂລ, ມອມ (Hello, Mom) ແລະກຽມເຜີຍແຜ່ອອກອາກາດໃນປີໜ້າຂະນະທີ່ຊີຣີເລື່ອງຫຼ້າສຸດຂອງຄິມແທຮີທີ່ສະແດງກໍຄືຢອງ- ພັລ (Yong-Pal) ທີ່ອອກອາ ກາດທຸກວັນພຸດ-ພະຫັດທາງຊ່ອງ ເອສບີເອສ (SBS) ໃນປີ 2015.

ຕະຫຼອດໄລຍະເວລາທີ່ລາວຫ່າງຫາຍໄປຈາກງານສະແດງ ຄິມແທຮີ ໃຫ້ເວລາກັບຊີວິດຄອບ ຄົວເປັນສຳຄັນນັບຕັ້ງແຕ່ເຂົ້າພິທີແຕ່ງດອງກັບເຣນ (ຊອງ ຈີຮຸນ)ດາລານັກຮ້ອງໜຸ່ມອາຍຸ 37 ປີ ໃນ ປີ 2017 ກ່ອນຈະມີລູກສາວນໍາ ກັນ 2 ຄົນ ໂດຍລາວຫາກໍເກີດລູກຄົນຫຼ້າສຸດໃນເດືອນກັນຍາທີ່ຜ່ານ ມານັ້ນເອງ.

 -------------------------------

ພາບແລະຂາ່ວຈາກ: -ັງສືພິມເສດຖະດິດ-ສັງຄົມ