ລະດົມແນວຄິດໃສ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ

  ວັນທີ 18 ຕຸລາຜ່ານມາ ທີ່ສະໂມສອນຫ້ອງວ່າການເມືອງ ລະມາມໄດ້ຈັດກອງປະຊຸມສຳມະນາວິທະຍາສາດເພື່ອລະດົມແນວ ຄວາມຄິດໃສ່ຮ່າງແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ (2020-2024) ໂດຍການ ເປັນປະທານຂອງທ່ານ ຂັນຕີ ສີ ລະວົງສາ ເຈົ້າເມືອງລະມາມເຂົ້າ ຮ່ວມຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ຜູ້ຊີ້ນຳ ວຽກງານເສດຖະກິດຂັ້ນແຂວງມີ ບັນດາຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ, ຮອງ ພະແນກການແຂວງ, ຫົວໜ້າ, ຮອງ ຫ້ອງການອ້ອມຂ້າງເມືອງພ້ອມ ດ້ວຍຄະນະພັກ-ອຳນາດປົກຄອງ ບ້ານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບົວໄລ ວິໄລວົງ ປະ ທານກວດກາພັກ-ລັດເມືອງໄດ້ລາຍ ງານການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2015-2019) ແລະທິດທາງແຜນການໃນ 5 ປີ ຕໍ່ໜ້າ (2020-2024) ຍົກໃຫ້ ເຫັນການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມໃນ 5 ປີຜ່ານມາແມ່ນໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໄດ້ຮັບການພັດ ທະນາດີຂຶ້ນເປັນກ້າວໆ ຊຶ່ງສະແດງ ອອກໃນລວມຍອດຜະລິດຕະພັນ ພາຍໃນເພີ່ມຂຶ້ນ 10,31%, ສ້າງ ລາຄາໃນປະຈຸບັນໄດ້ເຖິງ 383,86 ຕື້ກີບ, ເຮັດໃຫ້ລາຍໄດ້ສະເລ່ຍຕໍ່ ຫົວຄົນບັນລຸໄດ້ 9,7 ລ້ານກີບຕໍ່ ຄົນຕໍ່ປີ ຫຼື ເທົ່າກັບ 1.213 ໂດລາ ໃນນັ້ນຂະແໜງກະສິກຳເພີ່ມຂຶ້ນ 10,09% ກວມເອົາ 38,61% ອຸດສາຫະກຳເພີ່ມຂຶ້ນ 12,64% ກວມເອົາ 15,01% ການບໍລິ ການເພີ່ມຂຶ້ນ 9,75% ກວມເອົາ 46,38% ຂອງຈີດີຟີອັນທີ່ພົ້ນ ເດັ່ນແມ່ນສາມາດເກັບລາຍຮັບ ເຂົ້າງົບປະມານບັນລຸໄດ້ 22,15 ຕື້ກີບ ທຽບໃສ່ແຜນ 5 ປີ ປະຕິບັດ ໄດ້ 96%, ທຽບໃສ່ຊຸມປີ 2014 ເພີ່ມຂຶ້ນ 12,47 ຕື້ກີບ,

ສ່ວນຂົງເຂດວັດທະນະທຳ-ສັງຄົມແຕ່ລະວຽກງານກໍ່ໄດ້ມີ ການພັດທະນາຫຼາຍຂຶ້ນເປັນຕົ້ນ ວຽກງານສຶກສາປະຈຸບັນທົ່ວ ເມືອງມີໂຮງຮຽນ 83 ແຫ່ງ ທຽບໃສ່ປີ 2014 ເພີ່ມຂຶ້ນ 12 ແຫ່ງເທົ່າກັບ 26,90%, ວຽກ ງານສາທາລະນະສຸກໃນ 5 ປີ ຜ່ານມາກໍ່ໄດ້ສຸ່ມໃສ່ການຮັກສາ ອະນາໄມ-ສົ່ງເສີມສຸຂະພາບ ແລະ ການປິ່ນປົວທີ່ມີມາດຕະຖານ-ມີປະສິດທິຜົນສູງໂດຍສະເພາະ ແມ່ນການຊົມໃຊ້ນໍ້າສະອາດ, ການ ຊົມໃຊ້ວິດຖ່າຍ ແລະການຮັກສາ ອະນາໄມສຸຂະພາບຮ່າງກາຍແມ່ນ ປະຕິບັດໄດ້ລື່ນຄາດໝາຍຕາມ ກຳນົດ, ວຽກແຮງງານ ແລະສະ ຫວັດດີການສັງຄົມກໍ່ໄດ້ຕິດຕາມ,ກວດກາ ແລະຄຸ້ມຄອງແຮງງານຕ່າງປະເທດຢ່າງເຂັ້ມງວດປະຕິບັດໄດ້ 76,6% ຂອງແຜນການ ພ້ອມນີ້ກໍ່ໄດ້ຕິດຕາມປະເມີນ, ຢັ້ງ ຢືນ, ຮັບຮອງເປັນບ້ານພັດທະນາສີ ມືແຮງງານໄດ້ 23 ບ້ານ ປະຕິບັດ ໄດ້ 92% ຂອງແຜນການ, ສ້າງ ຄອບຄົວວັດທະນະທຳໄດ້ 5.685 ຄອບຄົວ ເທົ່າກັບ 27,75%, ສ້າງບ້ານ ວັດທະນະທຳໄດ້ 41 ບ້ານ ກວມເອົາ 95,34%.

ສຳລັບທິດທາງແຜນການໃນຕໍ່ໜ້າຂອງເມືອງລະມາມສູ້ຊົນເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດເພີ່ມຂຶ້ນຢູ່ໃນລະດັບ 10,75% ຕໍ່ປີຂຶ້ນໄປ, ເຮັດໃຫ້ລວມຍອດຜະ ລິດຕະພັນບັນລຸໄດ້ 425,12 ຕື້ ກີບຂຶ້ນໄປ, ບັນລຸລາຍຮັບສະເລ່ຍ 10,54 ລ້ານກີບ ຫຼື ເທົ່າກັບ 1.317 ໂດລາຕໍ່ຄົນຕໍ່ປີ ໃນນີ້ຂະ ແໜງກະສິກຳເພີ່ມຂຶ້ນ 10,73%, ກວມ 38,61% ອຸດສາຫະກຳ ເພີ່ມຂຶ້ນ 13,12% ກວມ 15,33% ແລະຂະແໜງການບໍລິການໃຫ້ເພີ່ມ ຂຶ້ນ 10% ກວມເອົາ 46,06% ຂອງຈີດີຟີ.

ໂອກາດດຽວກັນນີ້ໃນກອງປະ ຊຸມກໍ່ໄດ້ມີການປະກອບຄຳຄິດຄຳ ເຫັນໃສ່ຮ່າງແຜນພັດທະນາເສດ ຖະກິດ-ສັງຄົມເພື່ອເຮັດໃຫ້ບັນ ດາເນື້ອໃນຕ່າງໆມີຄວາມຖືກຕ້ອງ ແລະສອດຄ່ອງກັບຕົວຈິງ, ພ້ອມນີ້ ກໍ່ຮັບຟັງການໂອ້ລົມຂອງທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງ ເຊກອງ ເພື່ອໃຫ້ບັນດາຂະແໜງ ການກ່ຽວຂ້ອງເມືອງ ແລະແຂວງ ພ້ອມກັນສືບຕໍ່ຈັດຕັ້ງປະຕີບັດບັນ ດາວຽກງານທີ່ຄົງຄ້າງໃຫ້ໄດ້ ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

------------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ