ຫຼວງນໍ້າທາ ຈັດກອງປະຊຸມເຕັກນິກການເຕະບານ

  ວັນທີ 22 ຕຸລາ 2019 ຄະນະປະທານບານເຕາະແຂວງ ຫຼວງນໍ້າທາ ໄດ້ຈັດກອງປະຊຸມວິຊາການເຕັກນິກການເຕະບານ ແລະ ກົດລະບຽບຂອງກີລາບານເຕະ ໃຫ້ບັນດາຄູຝຶກ ແລະຫົວໜ້າທີມບານເຕະຂອງແຕ່ລະທີມທີ່ເຂົ້າຮວ່ມການແຂ່ງຂັນບານເຕະໃນ ຄັ້ງນີ້, ໂດຍການເປັນປະທານຂອງ ທ່ານ ຄຳນ້ອຍ ແກ້ວຈັນສີ ຮອງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຫຼວງນໍ້າທາ, ທ່ານ ທອງແດງ ສິດທິສົນ ສະມາຊິກ ສະພາປະຊາຊົນແຂວງປະທານ ສະຫະພັນບານເຕະແຂວງຫຼວງນໍ້າ ທາພ້ອມດ້ວຍຄະນະ ແລະຫົວໜ້າ ທີມ 12 ທີມເຂົ້າຮ່ວມ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 

ຈຸດປະສົງຂອງກອງປະຊຸມ ເພື່ອເປັນການສ້າງຂະບວນການ ແລະແລກປ່ຽນທາງດ້ານເຕັກນິກ ຍຸດທະວິທີການຫຼິ້ນກີລາບານເຕະ ໃຫ້ມີຂະບວນຟົດຟື້ນມ່ວນຊື່ນເພື່ອ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນ ວາ ຄົບຮອບ 44 ປີ ແລະເປັນການຄັດເລືອກເອົານັກກີລາບານ ເຕະເພື່ອເຂົ້າຮ່ວມການແຂ່ງຂັນ ກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງ ຊຽງຂວາງເປັນເຈົ້າພາບ, ການ ແຂ່ງຂັນໃນຄັ້ງນີ້ມີທີມນັກກີລາ ບານເຕະເຂົ້າຮ່ວມທັງໝົດ 12 ທີມ ແລະໄດ້ຈົກສະຫຼາກ, ແບ່ງ ອອກເປັນ 4 ສາຍ ແຕ່ລະສາຍມີ 3 ທີມ ໃນນັ້ນແຕ່ລະທີມຈະໄດ້ພົບ ກັນເພື່ອເລືອກເອົາທີມທີ່ໄດ້ທີ 1 ແລະ 2 ຂອງສາຍເຂົ້າຮອບ 8 ທີມ ແລະຈະໄດ້ສຶບຕໍ່ຄັດເອົາທີມນັກກີ ລາຈາກ 8 ທີມເປັນ 4 ທີມ ແລະ ຈາກ 4 ທີມ ເຂົ້າໄປຊີງຊະນະເລີດ, ຕະຫຼອດໄລຍະຂອງການ ແຂ່ງຂັນຄະນະກຳມະການໄດ້ຕິດຕາມເຕັກນິກການຫຼິ້ນ, ຂອງນັກກີ ລາບານເຕະແຕ່ລະຄົນເພື່ອຄັດ ເລືອກເອົານັກກີລາບານເຕະເຂົ້າ ຮ່ວມການແຂ່ງຂັນກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃນປີ 2020

ສະໜັບສະໜຸນໂດຍ: HONDA

---------------------------------

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ