ຝຶກອົບຮົມການຄຸ້ມຄອງ ແລະບໍລິຫານ ສູນການສຶກສານອກໂຮງຮຽນ

  ວັນທີ 22 ຕຸລາ ຜ່ານມາ ທີ່ສູນການສຶກສານອກໂຮງຮຽນ ເມືອງເຊໂປນ ໄດ້ຈັດຊຸດຝຶກອົບຮົມ ບຸກຄະລາກອນສູນການສຶກສາ ນອກໂຮງຮຽນໃນຫົວຂໍ້ທີ່ວ່າການ ຄຸ້ມຄອງ, ບໍລິຫານສູນການສຶກສາ ນອກໂຮງຮຽນ ໂດຍການໃຫ້ກຽດ ເປັນປະທານທ່ານ ຄຳເພັດ ເທບບົວເຮືອງ ຄະນະຫ້ອງການສຶກສາທິການ ແລະກີລາເມືອງເຊໂປນ, ທ່ານ ສີວິໄຊ ໃຈແກ້ວ ຫົວໜ້າຂະ ແໜງການສຶກສານອກໂຮງຮຽນ ແຂວງສະຫວັນນະເຂດ, ມີບັນດາອະດີດຫົວໜ້າກົມການສຶກສານອກ ໂຮງຮຽນທີ່ປຶກສາ (DVV), ຄູ ທີ່ມາຈາກນະຄອນຫຼວງວຽງຈັນ, ຄະນະສູນ 7 ສູນ, 7 ເມືອງຄື: ເມືອງອຸທຸມພອນ, ໄຊບູລີ, ໄຊພູ ທອງ, ຊົນນະບູລີ, ທ່າປາງທອງ,ອຸທຸມພອນ ແລະເມືອງຈຳພອນ ເຂົ້າຮ່ວມ.

ທ່ານ ອຸ່ນເພັງ ທຳມັງ ອະດີດຫົວໜ້າກົມການສຶກສານອກໂຮງ ຮຽນທີ່ປຶກສາ (DVV) ໄດ້ມີຄໍາ ເຫັນໃນການຝຶກອົບຮົມໃນຄັ້ງນີ້ ໂດຍເນັ້ນໃສ່ໃນການສຶກສາເພື່ອ ສ້າງຄວາມເຂັ້ມແຂງໃຫ້ບັນດາສູນ ແຕ່ລະເມືອງມີຄວາມໜັກແໜ້ນ ເຂັ້ມແຂງຂຶ້ນກວ່າເກົ່າ ແລະເຮັດ ໃຫ້ວຽກງານລຸລ່ວງໄປດ້ວຍດີ,

ສະໜັບສະໜຸນໂດຍ: HONDA

ຈາກນັ້ນທ່ານ ຄຳເພັດ ເທບບົວ ເຮືອງ ຄະນະຫ້ອງການສຶກສາທິ ການ ແລະກີລາເມືອງເຊໂປນ ກໍ່ ໄດ້ໃຫ້ກຽດຂິ້ນກ່າວເປີດພິທີໃນ ການຝຶກຊຸດອົບຮົມໃນຄັ້ງນີ້ຢ່າງ ເປັນທາງການ ແລະໄດ້ມີການມອບ ອຸປະກອນເຂົ້າໃນການສິດສອນ ແລະຝຶກອົບຮົມໃນຄັ້ງນີ້ອີກດ້ວຍ, ໂດຍການເປັນກຽດມອບທ່ານ ອຸ່ນ ເພັງ ທຳມັງ ອະດີດຫົວໜ້າກົມ ການສຶກສານອກໂຮງຮຽນທີ່ປຶກສາດີວີວີ ແລະຮັບໂດຍທ່ານ ຄູນ ສະຫວັນນະ ໄຕຄິດທິໄຊ ຄະນະສູນ ກສນ ເມືອງເຊໂປນ ຊ່ອງໜ້ານັກສຳມະນາກອນເຂົ້າຮ່ວມເປັນສັກຂີພິຍານນຳ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 -----------------

ພາບ ແລະຂາ່ວຈາກ: ໜັງສືພີມເສດຖະກິດ-ສັງຄົມ