ເມືອງຊຽງຮ່ອນ ວາງ 6 ເປົ້າໝາຍເພື່ອພັດທະນາເສດຖະກິດ-ສັງຄົມ

 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງພາຍໃຕ້ຄໍາ ຂວັນທີ່ວ່າ: “ສ້າງເມືອງຊຽງຮ່ອນໃຫ້ເປັນເມືອງຜະລິດກະສິກຳສະອາດເປັນສິນຄ້າຕິດພັນກັບການປຸງແຕ່ງ ແລະສົ່ງເສີມຫັດຖະກຳທີ່ເປັນເອກະລັກຂອງທ້ອງຖິ່ນໄປພ້ອມກັບການບໍລິການການທ່ອງ ທ່ຽວທາງດ້ານວັດທະນະທຳ ແລະ ທຳມະຊາດ”,ເມືອງຊຽງຮ່ອນແມ່ນໄດ້ວາງເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ 5 ປີ 2019-2024,ໂດຍໄດ້ວາງ 6 ເປົ້າໝາຍເພື່ອພັດທະນາເຊັ່ນ: ເປົ້າໝາຍທີ 1 ເສດຖະກິດຂອງເມືອງມີການເຕີບໂຕຢ່າງມີຄຸນນະ ພາບ, ສົມດຸນ ແລະຍືນຍົງ, 2 ຊັບພະຍາກອນມະນຸດມີຄຸນນະພາບດີຂຶ້ນ, ທັງມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດເຕັກໂນໂລຊີ, ພູມປັນຍາ ເພື່ອສົ່ງເສີມການຜະລິດ, ການບໍລິການໃຫ້ຫຼາກຫຼາຍ ແລະມີ ມູນຄ່າສູງຂຶ້ນ, 3 ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ, 4 ການພັດທະນາໄປຕາມທິດສີຂຽວ ແລະເປັນມິດກັບສິ່ງແວດລ້ອມ, 5 ການຮ່ວມ ມື, ເຊື່ອມໂຍງ, ເຊື່ອມຈອດພາຍໃນກັບພາກພື້ນ ແລະສາກົນໃຫ້ມີ ຄວາມເຂັ້ມແຂງ ແລະທັນສະໄໝ, 6 ການຄຸ້ມຄອງ-ບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດຕາມ ທິດການຄຸ້ມຄອງລັດດ້ວຍກົດໝາຍ.

  ທ່ານ ກົງທອງ ສິດທິໄຊ ຮອງເຈົ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ເພື່ອໃຫ້ບັນລຸ ແຕ່ລະເປົ້າໝາຍນັ້ນຈະຕ້ອງໄດ້ຖືເອົາແຜນພັດທະນາເສດຖະກິດເປັນ ໃຈກາງ,ການພັດທະນາເສດຖະກິດ ຕ້ອງສົມດຸ່ນກັບການພັດທະນາສິ່ງ ແວດລ້ອມຕິດແໜ້ນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຖືເອົາການພັດທະນາຊັບພະຍາກອນມະນຸດເປັນອັນຕັດສິນ, ສູ້ ຊົນເຮັດໃຫ້ມູນຄ່າຜົນຜະລິດພາຍ ໃນບັນລຸ 811 ຕື້ກີບ, ອັດຕາຂະຫຍາຍຕົວບໍ່ໃຫ້ຫຼຸດ 7% ຕໍ່ປີ ສະ ເລ່ຍໃສ່ຫົວຄົນໜຶ່ງໄດ້ 21,7 ລ້ານກີບ ຫຼືເທົ່າກັບ 2,7 ພັນໂດລາ ໂດຍໃຫ້ລາຍຮັບຈາກກະສິກຳກວມເອົາ 38,10%, ອຸດສາຫະກໍາກວມ 34,53%, ບໍລິການກວມເອົາ 27,3 7 %, ເກັບລາຍຮັບເຂົ້າງົບປະມານໃຫ້ເພີ່ມຂຶ້ນ 50% (ເທົ່າກັບ 10% ຕໍ່ປີ); ຮອດປີ 2024 ເກັບ ລາຍຮັບທັງໝົດໃຫ້ໄດ້ 20,2 ຕື້ ກີບ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 50% ຮອດປີ 2024 ປະຕິບັດ ລາຍຈ່າຍໃຫ້ໄດ້ 73,2 ຕື້ກີບ, ຮັບ ດຸ່ນດ່ຽງຈາກແຂວງຢູໃນລະດັບ 72,37% ຮອດປີ 2024 ປະຕິ ບັດໃຫ້ໄດ້ 53 ຕື້ກີບ.

  ໂດຍສຸມໃສ່ຜະລິດເພື່ອຄໍ້າປະກັນສະບຽອາຫານ, ຮັບປະກັນດ້ານໂພຊະນາການຂອງປະຊາຊົນຜະລິດຊີ້ນ, ປາ ແລະໄຂ່ ລວມໃຫ້ໄດ້ 2.240 ໂຕນຂຶ້ນໄປສະເລ່ຍ 65 ກິໂລຕໍ່ຄົນຕໍ່ປີ, ສູ້ຊົນຜະລິດເຂົ້າ ໃຫ້ໄດ້ 23 ພັນໂຕນ, ປູກພືດຕ່າງໆ ເພື່ອຄໍ້າປະກັນດ້ານສະບຽງ ແລະ ເປັນສິນຄ້າໃຫ້ບັນລຸ 1,2 ພັນເຮັກ ຕາ, ຈັດສັນເຂດປູກ, ເຂດລ້ຽງ ແລະເຂດປ່າໄມ້ໃຫ້ຊັດເຈນມີນິຕິກຳຮັບຮອງ, ການຜະລິດຕ້ອງນຳໃຊ້ເຕັກນິກວິທະຍາສາດຫັນເປັນທັນສະໄໝ, ຫຼຸດຜ່ອນການນຳໃຊ້ສານເຄມີ, ສູ້ຊົນໃຫ້ມີສິນຄ້າສົ່ງອອກພາຍໃນໃຫ້ບັນລຸ 48 ຕື້ກີບ, ສົ່ງອອກຕ່າງປະເທດ 16 ລ້ານໂດລາ ແລະ ນຳເຂົ້າສິນຄ້າຈາກພາຍໃນ ແລະ ຕ່າງປະເທດໃຫ້ກວມເອົາ 30% ຂອງມູນຄ່າສົ່ງ ອອກ, ພັດທະນາວຽກການບໍລິການຕິດພັນກັບການທ່ອງທ່ຽວໃຫ້ເປັນລະບົບ, ສົ່ງເສີ່ມສິນຄ້າທີ່ເປັນພູມປັນຍາຂອງຊາວບ້ານ (ODOP), ຍົກລະດັບສະຖານທີ່ບໍລິການເພື່ອຮອງຮັບນັກທ່ອງທ່ຽວເປັນຕົ້ນແມ່ນເຮືອນພັກ ແລະຮ້ານອາຫານໃຫ້ໄດ້ຢ່າງພຽງພໍ.

ສະໜັບສະໜຸນໂດຍ: ສ່ວນບຸກຄົນ

--------------

 ຂຽນໂດຍ: ອຸ່ນເຮືອນ ໂພທິລັກ

 ໜັງສືພີມເສດຖະກິດ-ສັງຄົມ