ວິທະຍາໄລ ໄຊສົມບັດ ມີນັກສຶກສາຈົບໃໝ່ 3 ຮ້ອຍກວ່າຄົນ

  ວິທະຍາໄລໄຊສົມບັດເຕັກ ໂນໂລຊີ ໄດ້ຈັດຕັ້ງການມອບປະກາ ສະນີຍະບັດໃຫ້ນັກສຶກສາລະດັບ ຊັ້ນສູງຈຳນວນ 360 ຄົນ, ຍິງ 145 ຄົນ ໃນ 8 ສາຂາຮຽນໃນນີ້ ມີ: ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ 126 ຄົນ, ຍິງ 51 ຄົນ; ໄຟຟ້າເຕັກນິກ 50 ຄົນ, ຍິງ 4 ຄົນ; ເຕັກໂນໂລຊີລົດຍົນ 41 ຄົນ; ບໍລິຫານ-ການຈັດການ 47 ຄົນ, ຍິງ25 ຄົນ;ບັນຊີ-ການເງິນ71 ຄົນ,ຍິງ 58 ຄົນ; ພາສາອັງ ກິດທົ່ວໄປ 11 ຄົນ, ຍິງ 7 ຄົນ; ເຕັກໂນໂລຊີການຜະລິສ້ອມແປງ 7ຄົນ ແລະສາຂາເຄຫາສະຖານ 7 ຄົນ ພາຍຫຼັງທີ່ໄດ້ດໍາເນີນການ ຮຽນ-ການສອນຄົບຕາມຫຼັກສູດ.

ພິທີມອບປະກາສະນີຍະບັດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ສະໂມ ສອນຂອງວິທະຍາໄລດັ່ງກ່າວ ໃນພິທີ, ທ່ານ ສີສະຫວາດ ໄຊ ສົມບັດ ຮອງຜູ້ອໍານວຍການວິທະ ຍາໄລໄຊສົມບັດເຕັກໂນໂລຊີໄດ້ ຕີລາການຈັດຕັ້ງແຜນການຮຽນ-ການສອນໃນສົກປີ 2018-2019 ທີ່ຜ່ານມາ ແລະວາງທິດທາງແຜນ ການໃນສົກຮຽນປີ 2019-2020 ໂດຍການເຂົ້າຮ່ວມຂອງທ່ານນາງ ຫລິງທອງ ແສງຕາວັນ ຫົວໜ້າ ພະແນກສຶກສາທິການ ແລະກີລາ ແຂວງ, ທ່ານ ສຸກສະຫວັນ ໄຊສົມ   ບັດ ຜູ້ອໍານວຍການວິທະຍາໄລໄຊ ສົມບັດເຕັກໂນໂລຊີ ຈາກນີ້ກໍ່ມີ ຄູ-ອາຈານ, ຂະແໜງການສຶກສາ ພາກລັດ-ເອກະຊົນຕະຫຼອດຮອດ ນັກສຶກສາພາຍໃນວິທະຍາໄລເຂົ້າ ຮ່ວມ.

ສະໜັບສະໜຸນໂດຍສ່ວນບຸກຄົນ

  ທ່ານ ສີສະຫວາດ ໄຊສົມບັດ ໃຫ້ຮູ້ວ່າ: ປີນີ້ວິທະຍາໄລໄຊສົມບັດເຕັກໂນໄລຊີມີອາຍຸ 13 ປີແລ້ວ ທີ່ໄດ້ເປີດການຮຽນ-ການສອນຕາມການອະນຸມັດຂອງກະຊວງສຶກສາ ທິການ ແລະໃນອີກບໍ່ນານ ວິທະຍາໄລແຫ່ງນີ້ກໍ່ຈະກ້າວຂຶ້ນ ເປັນສະຖາບັນທີ່ມີຄວາມພ້ອມທຸກ ຢ່າງ ແລະສິ່ງອໍານວຍທຸກຢ່າງ, ວິທະຍາໄລມີພະນັກງານຄູທັງໝົດ 55 ທ່ານ, ຍິງ 22 ທ່ານ ໂດຍມີວຸດທິການສຶກສາຂັ້ນປະລິນຍາເອກ 2 ທ່ານ, ປທ 12 ທ່ານ, ຍິງ 3 ທ່ານ,ປຕ 25 ທ່ານ,ຍິງ 8 ທ່ານ, ຊັ້ນສູງ 15 ທ່ານ,ຍິງ 7 ທ່ານ, ຊັ້ນກາງ 6 ທ່ານ ແລະກໍາ ລັງຄົ້ນຄວ້າປະລິນຍາເອກຕື່ມອີກ 2 ທ່ານ ຊຶ່ງໃນສົກຮຽນປີ  2018-2019 ວິທະຍາໄລແຫ່ງນີ້ມີນັກສຶກສາທັງໝົດ 1.079 ຄົນ, ຍິງ 368 ຄົນ, ໃນນີ້ນີນັກສືກສາປີທີ 1 ຈຳນວນ 386 ຄົນ, ຍິງ112 ຄົນ, ປີທີ 2 ມີ 354 ຄົນ, ຍິງ 102 ຄົນ ແລະປີທີ 3 ອີກຈໍານວນ 360 ຄົນ, ຍີງ145 ຄົນ, ຈາກນັ້ນ, ທາງວິທະຍາໄລຍັງໄດ້ເປີດການຮຽນ-ການສອນສາຍສາມັນສຶກສາເລີ່ມຈາກ ໂຮງຮຽນອະນຸບານ-ລ້ຽງເດັກ, ປະຖົມສົມບູນ ແລະມັດທະຍົມຕົ້ນ, ມີຄູທັງໝົດ 21 ຄົນ, ຍິງ 18 ຄົນ, ມີຄູສອນຊ່ວຍອີກ 2 ຄົນ, ມີນັກ ຮຽນທັງໝົດ 202 ຄົນ, ຍິງ 76 ຄົນ.

---------------------

ພາບແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ