ແລ່ນຊຸບເປີມິນິມາລາທອນ ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງ

 ວາລະສານຂວັນໃຈອອນລາຍຮ່ວມກັບສະມາຄົມນັກທຸລະກິດຍິງ ແລະສະຫະພັນແລ່ນ-ລານ ແຫ່ງຊາດລາວຈັດງານແລ່ນຊຸບເປີມິນິມາລາທອນ (RUN FORHER 2019)ເພື່ອຢຸດຄວາມຮຸນແຮງຕໍ່ແມ່ຍິງພາຍໃຕ້ Slogan“ທຸກບາດກ້າວຄືພະລັງຢຸດຢັ້ງຄວາມຮຸນແຮງ” ຂຶ້ນໃນວັນທີ 27 ຕຸລາຜ່ານມາທີ່ເດີ່ນພະທາດຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກພະແນກສຶກສາທິການ ແລະກີລານະຄອນຫຼວງວຽງຈັນ, ຜູ້ໃຫ້ການສະໜັບສະໜູນ ແລະນັກກີລາຫຼາຍກວ່າ 1.600 ຄົນເຂົ້າຮ່ວມ.

  ທ່ານ ຈັນດີ ພົມມະບຸດ ປະທານສະຫະພັນກີລາແລ່ນ-ລານ ແຫ່ງຊາດລາວກ່າວວ່າ: ງານຄັ້ງ ນີ້ຈັດຂຶ້ນເພື່ອປູກຈິດສໍານຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະຮ່ວມຍຸຕິບັນການຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ, ເພື່ອສ້າງກິດຈະກໍາແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່ ແລະເພື່ອຊຸກຍູ້ໃຫ້ຄົນຫັນມາອອກກໍາລັງກາຍໃສ່ໃຈສຸຂະພາບ ຊຶ່ງເປັນຮູບແບບ ຂອງການອອກກໍາລັງກາຍຂອງ ທຸກເພດທຸກໄວ; ສໍາລັບການແຂ່ງ ຂັນແລ່ນຊຸບເປີມິນິມາລາທອນເທື່ອ ນີ້ໄດ້ແບ່ງອອກເປັນ 3 ປະເພດຄື: ຊຸບເປີມິນິມາລາທອນ 15 ກິໂລແມັດ ປະກອບມີລຸ້ນອາຍຸ 16-29 ປີ, ລຸ້ນອາຍຸ 30-39 ປີ, ລຸ້ນອາຍຸ 40-49 ປີ ແລະ50 ປີຂຶ້ນໄປມິນິມາລາທອນ 10 ກິໂລແມັດ ປະກອບມີລຸ້ນອາຍຸ 16-29 ປີ, ລຸ້ນອາຍຸ 30-39 ປີ, ລຸ້ນອາຍຸ 40-49 ປີ ແລະ50 ປີຂຶ້ນໄປ; ສ່ວນແລ່ນເພື່ອສຸຂະພາບ 5 ກິໂລແມັດ ບໍ່ຈຳກັດອາຍຸ, ສ່ວນຜູ້ຊະນະ ເລີດ ອັນດັບທີ 1-5 ຂອງແຕ່ລະລຸ້ນແມ່ນໄດ້ຮັບຂັນລາງວັນພ້ອມເງິນສົດ ແລະຫຼຽນລາງວັນ.

ສະໜັບສະໜຸນໂດຍສ່ວນບຸກຄົນ

 ທ່ານ ນາງ ເກດສະຫວັນ ປັນຍາທິບ ຮອງຜູ້ອໍານວຍການສ້າງວາລະສານຂວັນໃຈອອນລາຍກ່າວວ່າ:ການຈັດງານແລ່ນຊຸບເປີມິນິມາລາທອນໃນປີນີ້ໄດ້ຮັບຄວາມສົນໃຈຈາກສັງຄົມຫຼາຍພໍສົມຄວນຊຶ່ງມີນັກກີລາທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 1.600 ກວ່າຄົນ, ໂດຍເປັນກິດຈະກໍາເພື່ອສ້າງຈິດສໍານຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະຮ່ວມຍຸຕິບັນການຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ.

---------------

ໜັງສືພິມເສດຖະກິດ-ສັງຄົມ

  • ບໍລິການໂຄສະນາທາງເຟສບຸກ ແລະເວັບໄຊ
  • ໂທ: 021 313645, 316511
  • App: 020 58707444