ເຜີຍຄວາມໜ້າຮັກ ສາມີແຫ່ງຊາດ ກົງຢູກັບເດັກນ້ອຍ

  ເຜີຍຮູບພາບ ກົງຢູ ພະເອກ ໜຸ່ມ ສ.ເກົາຫຼີ ແລະRyu Ah Young ນັກສະແດງລຸ້ນນ້ອຍກັບຄວາມໜ້າຮັກແບບພໍ່ ແລະລູກສາວ ໃນກອງຖ່າຍຮູບເງົາເລື່ອງ  Kim Ji Young, Born 1982.

ຫຼັງຈາກຫ່າງຫາຍຈາກວົງ ການສະແດງໄປດົນເຖິງ 3 ປີ ເຮັດ ໃຫ້ແຟນໆຮູບເງົາຈາກຫຼາຍໆປະເທດຄິດຮອດຫຼ້າສຸດພະເອກໜຸ່ມ ກົງຢູ ກັບສາຍາລົມແຫ່ງໃຈແຫ່ງພາກພື້ນອາຊີກໍຫວນກັບມາຮັບສະແດງຮູບເງົາອີກຄັ້ງໃນເລື່ອງ Kim Ji Young, Born 1982 ຫຼ້າສຸດ ມີຮູບໃນກອງຖ່າຍຮູບເງົາຂອງກົງຢູ ແລະນັກສະແດງລຸ້ນນ້ອຍ RyuAh Young ທີ່ສະແດງເປັນລູກສາວຂອງພະເອກໜຸ່ມ ຊຶ່ງໃນຮູບພາບນັ້ນເຜີຍໃຫ້ເຫັນຄວາມໜ້າຮັກຂອງທັງສອງ ໂດຍສະເພາະໜຸ່ມ ກົງຢູທີ່ເບິ່ງຈະມີຄວາມສຸກຫຼາຍທີ່ໄດ້ເບິ່ງແຍງສາວນ້ອຍເບິ່ງເຜີນໆ ແລ້ວເໝືອພໍ່ກັບລູກກັນແທ້ໆ ທັງນີ້ມີລາຍງານວ່າ ກົງຢູ ຍັງໄດ້ຊື້ ຂອງຂວັນບໍ່ວ່າຈະເປັນຕຸກກະຕາ ລຸ້ນລິມິເຕັດເອດີຊັນ, ເຂົ້າໜົມ ແລະໝາກປູມເປົ້າໃຫ້ລູກສາວໃນຈໍອີກ ດ້ວຍ, ເຮັດໃຫ້ແຟໆຮູບເງົາຈິນຕະນາການຕ່າງໆນາໆວ່າຖ້າພະເອກ ໜຸ່ມຄົນນີ້ມີລູກ ໂດຍສະເພາະລູກສາວລາວອາດຈະເປັນແບບນີ້ແນ່ ນອນ.

--------------------------------

ພາບແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ