ສິ່ງທີ່ແມ່ຍິງຄວນຮູ້ລົງຂາວລະຫວ່າງຖືພາ

  ການມີລົງຂາວເປັນເລື່ອງປົກກະຕິແມ່ຍີງເກືອບທຸກຄົນມັກຈະຕ້ອງພົບກັບອາການລົງຂາວໃນຂະນະທີ່ຖືພາໂດຍທີ່ແມ່ຖືພາບາງຄົນອາດມີລົງຂາວລະຫວ່າງຖືພາບໍ່ຫຼາຍເທົ່າໃດໃນຂະນະທີ່ແມ່ຖືພາບາງຄົນພັດອາດມີອາການລົງຂາວຫຼາຍກວ່າເພາະຂະນະທີ່ແມ່ຖືພາຮ່າງກາຍຈະຜະລິດຮໍໂມນເອສໂຕເຈນຫຼາຍຂຶ້ນເລີຍເຮັດໃຫ້ຜະໜັງຊ່ອງຄອດຜະລິດເຊວເພີ່ມຂຶ້ນຊຶ່ງອາດສົ່ງຜົນຕໍ່ລັກສະນະ ແລະປະລິມານຂອງການລົງຂາວໄດ້ເຊັ່ນກັນ ແລະການລົງຂາວທີ່ມີຂອງແຫຼວໃສໆຫຼື ສີຂູ່ນໆຄ້າຍໆນົມອອກມາທາງອະໄວຍະວະເພດຂອງແມ່ຍິງເນື່ອງຈາກໃນບໍລິເວນຊ່ອງຄອດ ແລະປາກມົດລູກນັ້ນຈະມີການສ້າງສານຄັດຫຼັ່ງເພື່ອຫຼໍ່ລ້ຽງ ແລະຫຼໍ່ລື້ນຊ່ອງຄອດຢູ່ຕະຫຼອດເວລາຊຶ່ງການມີລົງຂາວນັ້ນຖືວ່າເປັນເລື່ອງປົກກະຕິທຳມະຊາດຂອງແມ່ຍິງທຸກໆຄົນໂດຍຂອງແຫຼວທີ່ເຮົາເອີ້ນວ່າລົງຂາວນີ້ຈະມີແບັດທີເຣຍ ແລະເນື້ອເຍື້ອເບົາໆທີ່ຄັ່ງຄ້າງຢູ່ພາຍໃນອະໄວຍະວະເພດອອກມານຳຫາກມີລົງຂາວຕອນຖືພາກໍ່ອາດຈະຖືໄດ້ວ່າເປັນການເຮັດຄວາມສະອາດຊ່ອງຄອດຂອງແມ່ຍິງກໍ່ໄດ້.

   ລັກສະນະຂອງລົງຂາວລະຫວ່າງຖືພາທີ່ເປັນປົກກະຕິຈະມີລັກສະນະເປັນມູກໃສໆຫຼືຂາວຂຸ້ນຄ້າຍແປ້ງປຽກມີປະລິມານບໍ່ຫຼາຍປານໃດອາດມີທຸກມື້ມື້ລະເລັກລະນ້ອຍສຳຫຼັບລັກສະນະຂອງລົງຂາວລະຫວ່າງຖືພາ ແລະປະລິມານຂອງລົງຂາວລະຫວ່າງຖືພານັ້ນຂຶ້ນກັບອິດທິພົນຂອງຮໍໂມນໃນຮ່າງກາຍຂອງແມ່ຖືພານຳແຕ່ການມີລົງຂາວລະຫວ່າງຖືພາທີ່ປົກກະຕິນັ້ນບໍ່ຄວນມີກິ່ນ ແລະມີສີທີ່ແຕກຕ່າງໄປ.