ແຂ່ງຂັນກີລາເພາະກາຍຊີງຂັນລັດຖະມົນຕີ ສສກ

    ໃນລະຫວ່າງວັນທີ  24-26 ຕຸລາຜ່ານມາທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດກິດຈະກຳໃຫ້ຄວາມຮູ້ກ່ຽວ ກັບການອອກກຳລັງກາຍແບບໃໝ່ ທີ່ຖືກວິທີ ແລະລາຍການແຂ່ງຂັນ ກີລາເພາະກາຍຊີງຂັນລັດຖະມົນ ຕີກະຊວງສຶກສາທິການ  ແລະກີລາ (ສສກ) ປະຈຳປີ 2019  ໂດຍ ເຂົ້າຮ່ວມຂອງທ່ານ ບົວລານ ສີລິ ປັນຍາ ຮອງລັດຖະມົນຕີກະຊວງ ສືກສາທິການ ແລະກີລາ, ທ່ານ ລັດສະໝີ ໂຊກມົງຄຸນ ຮອງປະ ທານສະຫະພັນອາຊຽນ ແລະຄະນະບໍລິຫານສະຫະພັນເພາະກາຍ ອາຊຽນ, ທ່ານ ສະຖາພອນ ພິຈິດ ປະທານບໍລິສັດວຽງຈັນຟິດເນັດຈຳ ກັດພ້ອມດ້ວຍບັນດາພາກສ່ວນທີ່ ກ່ຽວຂ້ອງ ແລະນັກກີລາເຂົ້າຮ່ວມ.

ການແຂ່ງຂັນກີລາເພາະກາຍ ຄັ້ງນີ້ມີທັງໝົດ 5 ລຸ້ນ ໂດຍຜ່ານ ການແຂ່ງຂັນເພາະກາຍລຸ້ນນ້ອຍ ອັນດັບທີ 1 ໄດ້ແກ່ທ້າວ ເພັງ ລາດວົງ, ທີ 2 ທ້າວ ແກ້ວຕາພະພິລົມລາສັກ, ທີ 3 ທ້າວສິດທິ ພອນ ສຸລິນທອງ, ເພາະກາຍລຸ້ນໃຫຍ່ອັນດັບທີ 1 ທ້າວ ພຸດສະຫວັນສີສົມພູ, ທີ 2 ທ້າວ ອິນທາກອງຄຳມະນີວົງ, ທີ 3 ທ້າວ ສຸທິ ດາ ວິວົງສຸທິ, ໂມເດວລຸ້ນນ້ອຍທີ 1 ທ້າວ ຂາວພອນ ພອນປະເສີດ, ທີ 2 ອຸ້ຍສີລິເສດ, ທີ 3 ທ້າວ ຊຽງ ໄຮວິໄລສັກ, ໂມເດວລຸ້ນໃຫຍ່ທີ 1 ທ້າວ ບຸນໄທ ແດງສະຫວັດ, ທີ 2 ໄຊຍະສິດ ສຸລິຍະເຕ່ນ, ທີ   3 ທ້າວ ເກດສະດາ ສິມມະວົງ, ສ່ວນລຸ້ນຖມເດວຍິງ ທີ 1 ນາງ ກອງແພງ ຂຸນວິໄລ, ທີ 2 ນາງ ເຈນຕະນາຄຳບຸນເຮືອງ ແລະອັນ ດັບທີ 3 ນາງ ປາວິນາ.

ການແຂ່ງຂັນກີລາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ຫຼັກຈາກບໍລິສັດວຽງຈັນຟິດເນັດ ຊຶ່ງປີນີ້ເປັນປີທີສອງຄືປີ 2018 ແລະປີ 2019, ບໍລິສັດວຽງຈັນ ຟິດເນັດຈຳກັດຜູ້ນຳອັນດັບ 1 ດ້ານ ອຸປະກອນເຄື່ອງອອກກຳລັງກາຍ ທີ່ໃຫຍ່ທີ່ສຸດໃນລາວ, ສິນຄ້າມີຄຸນ ນະພາບມາດຕະຖານສາກົນ, ມີອະ ໄຫຼຄົບພ້ອມສູນສ້ອມແປງເຄື່ອງ ອອກກຳລັງກາຍ ໂດຍຊ່າງທີ່ມີປະ ສົບການຫຼາຍກວ່າ 15 ປີ, ປະຈຸບັນບໍລິສັດມີສາຂາຈຳໜ່າຍໃນນະຄອນຫຼວງວຽງຈັນ ແລະຕ່າງ ແຂວງທັງໝົດ 11 ສາຂາ ແລະມີ ແຜນຂະຫຍາຍໄປທົ່ວປະເທດລາວ, ນອກນັ້ນບໍລິສັດວຽງຈັນຟິດເນັດ ຍັງມີຫຸ້ນສ່ວນກັບນ໋ອດຟິດເນັດຜູ້ ນຳອັນດັບ 1 ດ້ານອຸປະກອນເຄື່ອງ ອອກກຳລັງກາຍປະເທດໄທ ໂດຍ ມີ 70 ກວ່າສາຂາທົ່ວປະເທດ, ບໍລິສັດວຽງຈັນຟິດເນັດ ມີສິນຄ້າຈຳ ໜ່າຍຫຼາຍກວ່າພັນລາຍການ, 15 ຫຍີ່ຫໍ້ສິນຄ້າມີທັງຫຍີ່ຫໍ້ຂອງບໍລິສັດ, ໄທ ແລະຫຍີ່ຫໍ້ເອີຣົບສະນັ້ນບໍ ລິສັດຈຶ່ງຄອງສ່ວນແບ່ງທາງການ ຕະຫຼາດອັນດັນ 1 ໃນ ສປປ ລາວ.

ພິເສດບໍລິສັດວຽງຈັນຟິດເນັດ ຍັງໃຫ້ຄຳປຶກສາ ແລະອອກແບບ ສຳລັບລູກຄ້າທີ່ຕ້ອງການເປີດສູນ ອອກກຳລັງກາຍທຸກຊະນິດ, ໂຮງແຮມ, ອາພັດເມັ້ນ, ຄອນໂດ, ໂຮງຮຽນ, ໂຮງງານ, ບໍລິສັດ, ສຳນັກງານຕ່າງໆທັງພາກລັດ ແລະເອກະຊົນ, ຊຶ່ງທ່ານໃດສົນໃຈກໍສາມາດ ຕິດຕໍ່ບໍລິສັດວຽງຈັນຟິດເນັດຈຳ ກັດຕັ້ງຢູ່ບ້ານນາຄຳ ເມືອງສີໂຄດ ຕະບອງນະຄອນຫຼວງວຽງຈັນ ຫຼື ໝາຍເລກໂທລະສັບ 021 260 520 ແລະ020 555 2838.

----------------------------------

ພາບ ແລະຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ