ຫົງສາ ແຂ່ງຂັນກີລາຕ້ອນຮັບກອງປະຊຸມ ອົງຄະນະພັກເມືອງ

 ວັນທີ 24 ຕຸລາ ຜ່ານມາ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ ຈັດພິທີເປີດການແຂ່ງຂັນກີລາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ອົງ ຄະນະພັກເມືອງຫົງສາ ຄັ້ງທີ VIII ທີ່ຈະໄຂຂຶ້ນໃນມໍ່ໆນີ້ ທີ່ເດີນກີລາ ຂອງເມືອງ, ໂດຍການເປັນປະທານ ແລະກ່າວເປີດພິທີຢ່າງເປັນທາງ ການຂອງທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ ແລະໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜິວວັນນາ ວ່າການເຈົ້າ ເມືອງຫົງສາ ພ້ອມດ້ວຍຄະນະ, ມີຫົວໜ້າຫ້ອງການ, ທະຫານ-          ຕຳຫຼວດ, ຄະນະກຳມະການ, ຄູ-ອາຈານ, ນັກກີລາຈາກພາກສ່ວນ ຕ່າງໆ ແລະນ້ອງນັກຮຽນເຂົ້າ ຮ່ວມເປີດພິທີຢ່າງເປັນຂະບວນ ຟົດຟື້ນ.

ທ່ານ ນາງ ດາວວິນ ລາດຊະ ກິດ ຮອງເຈົ້າເມືອງຫົງສາ ໄດ້ ກ່າວວ່າ: ເພື່ອເປັນການສ້າງຂະ ບວນການຕ້ອນຮັບກອງປະຊຸມ ໃຫຍ່ຄັ້ງທີ VIII ຂອງອົງຄະນະ ພັກເມືອງຫົງສາ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະເພື່ອເປັນ ການຮັດແໜ້ນ ຄວາມສາມັກຄີລະຫວ່າງນັກກີລາ ດ້ວຍກັນໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ແລະທັງເປັນການແລກປ່ຽນບົດຮຽນທາງດ້ານເຕັກນິກ ຄວາມສາມາດທັງເປັນການຝຶກ ຝົນກຳລັງກາຍຂອງນັກກີລາໃຫ້ ມີສຸຂະພາບແຂງແຮງ, ມີຈິດໃຈ ສົດຊື່ນເຂັ້ມແຂງ, ເພື່ອເຮັດໃຫ້ການຈັດຕັ້ງການແຂ່ງຂັນກີລາກາຍະກໍາໃນຄັ້ງນີ້, ເຕັມໄປດ້ວຍບັນຍາກາດ ຟົດຟື້ນມ່ວນຊື່ນ ແລະມີຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ນັກກີ ລາທຸກພາກສ່ວນຈົ່ງພ້ອມກັນເອົາ ໃຈໃສ່ປະຕິບັດບັນດາລະບຽບການ ແລະຂໍ້ກໍານົດການແຂ່ງຂັນຢ່າງ ເຂັ້ມງວດ.

ສໍາລັບການແຂ່ງຂັນກີລາໃນຄັ້ງນີ້, ແບ່ງອອກເປັນ 3 ປະເພດ ຄື:ບານເຕະ, ບານສົ່ງ ແລະແລ່ນ 1.500 ແມັດ, ໃນນີ້ບານເຕະອາວຸໂສ ມີ6ທີມ,ບານເຕະຊາວ ໜຸ່ມຊາຍ ມີ 13 ທີມ, ບານເຕະ ຊາວໜຸ່ມຍິງ ມີ 6 ທີມ, ບານສົ່ງ  ຊາວໜຸ່ມຍິງ ມີ 6 ທີມ, ບານສົ່ງ ຊາວໜຸ່ມຊາຍ ມີ 6 ທີມ ແລະແລ່ນ 1.500 ແມັດ ຍິງ-ຊາຍ.

ການແຂ່ງຂັນແມ່ນເລີ່ມແຕ່ວັນ ທີ 24 ເດືອນຕຸລາ ຫາ 14 ເດືອນ ພະຈິກ ທີ່ຈະມາເຖິງນີ້, ແມ່ນຈະ ໃຫ້ສຳເລັດ.

 --------------------------------

ພາບ ແລະຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ